ກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ  

ໃນວັນທີ 28 ມີຖຸນາ 2022 ຢູ່ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍການເປັນປະທານຂອງທ່ານ ຄຳຜີ້ນ ພິລະກອນ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ໂດຍມີ ທ່ານ ສີສະຫວັດ ສີວົງໄຊ ຮອງຫົວໜ້າໜ້າພະແນກການຕ່າງປະເທດ ແຂວງບໍລິຄຳໄຊ, ມີບັນດາຫົວໜ້າ, ຄະນະຫ້ອງການ, ຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເພີ່ມທະວີ ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງ ຂ້ອງພາກລັດ ກ່ຽວກັບຄວາມໝາຍຄວາມສໍາຄັນ ໃນການຈັດຕັ້ງປະຕິບັດ (ປພຍ) ຂອງ ສປປ ລາວ ເພື່ອແນ່ໃສ່ສົ່ງເສີມ ການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ ໃນສັງຄົມ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ.

ໃນກອງປະຊຸມ ໄດ້ເຜີຍແຜ່ ເອກະສານກ່ຽວກັບປະຫວັດຄວາມເປັນມາ ແລະ ຄວາມຄືບໜ້າຂອງວາລະ 2030. ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາວາລະ 2030.  ສປປ ລາວ ໄດ້ມີຄວາມພະຍາຍາມສູງ ໃນການເຊື່ອມສານບັນດາຕົວຊີ້ບອກຂອງ (ປພຍ) ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງຕົນ ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດມີການເຕີບໂຕຢ່າງຕໍ່ເນື່ອງ ຕາມທິດສີຂຽວ ແລະ ຍືນຍົງ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ປັບປຸງບັນດາພື້ນຖານໂຄ່ງລ່າງທີ່ຈຳເປັນ ແລະ ສ້າງບັນດາປະຖົມປັດໃຈ ເພື່ອກະກຽມຄວາມພ້ອມໃຫ້ແກ່ການ ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກ້າວຂຶ້ນເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງ – ສູງໃນອານາຄົດ.

ກອງປະຊຸມຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເພື່ອໃນການຈັດຕັ້ງປະຕິບັດ (ປພຍ) ໂດຍສະເພາະ ແມ່ນໄດ້ຍົກໃຫ້ເຫັນບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ແກ້ໄຂໃນຕໍ່ໜ້າ.

About admin11