ເມືອງຄຳເກີດເປີດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ

ໃນວັນທີ 28 ມີຖຸນາ 2022 ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງຄໍາເກີດ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ຊຸດທີ V ຂອງເມືອງຄໍາເກີດຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ເພັດສະໃໝ ໄຊຍະທີຈັກ ເຈົ້າເມືອງຄຳເກີດ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພູເຂົາເງິນ ອິນທະວົງ ຫົວໜ້າໂຮງຮຽນທິດສະດີການເມືອງ – ການປົກຄອງແຂວງບໍລິຄຳໄຊ, ມີບັນດາຫົວໜ້າຫ້ອງການ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ຊຸດຮຽນທິດສະດີການເມືອງ – ການປົກຄອງຄັ້ງນີ້ ຈະໄດ້ໃຊ້ເວລາ 45 ວັນ, ເປົ້າໝາຍບຸກຄະລາກອນທີ່ເຂົ້າຮ່ວມ 68 ສະຫາຍ, ຍິງ 18 ສະຫາຍ, ໃນນັ້ນ ມາຈາກສໍານັກງານ, ອົງການ, ກໍາລັງປະກອບອາວຸດ, ສາມາຄົມນັກທຸລະກິດໜຸ່ມ ແລະ ລັດວິສາຫະກິດ.

ບັ້ນຝຶກອົບຮົມ ຈະໄດ້ປະຕິບັດຕາມໂຄງການຫຼັກສູດການຮຽນ – ການສອນໄລຍະໃໝ່ຂອງສະຖາບັນການເມືອງ – ການປົກຄອງ ລະບົບ 45 ວັນວາງອອກ, ເຊິ່ງປະກອບມີ 5 ພາກວິຊາຮຽນ ຄື:  ພາກວິຊາປັດຊະຍາມາກ – ເລນິນ ມີ 8 ບົດ,  ພາກວິຊາ ເສດຖະສາດຖານເມືອງ ມີ 11 ບົດ,  ພາກວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 8 ບົດ,  ພາກວິຊາບໍລິຫານສາດ ມີ 9 ບົດ,  ພາກວິຊາກໍ່ສ້າງພັກ ມີ 5 ບົດ ລວມທັງຫມົດມີ 41 ບົດ, ມີ 267 ຊົ່ວໂມງ, ໃນນັ້ນ ຊົ່ວໂມງບັນຍາຍ ມີ 164 ຊົ່ວໂມງ, ສຳມະນາໜ່ວຍ ມີ 20 ຊົ່ວໂມງ, ສຳມະນາຫ້ອງ ມີ 20 ຊົ່ວໂມງ, ແກ້ໄຂຂໍ້ຂ້ອງໃຈ ມີ 16 ຊົ່ວໂມງ, ຂຽນບົດເກັບກ່ຽວແຕ່ລະພາກວິຊາ 40 ຊົ່ວໂມງ, ຂຽນບົດເກັບກ່ຽວແຕ່ລະກຸ່ມວິຊາ 40 ຊົ່ວໂມງ ແລະ ລົງປະຕິບັດຕົວຈິງ 7 ຊົ່ວໂມງ.

 

About admin11