ກອງປະຊຸມພົບປະແລກປ່ຽນສະພາບປະຈຳປີ 2022 ລະຫວ່າງ ກອງບັນຊາການທະຫານຊາຍແດນແຂວງຮ່າຕີ່ງ ກັບ ກອງບັນຊາການ ປກສ ແຂວງບໍລິຄຳໄຊ

ຕອນເຊົ້າຂອງວັນທີ 26 ມີຖຸນາ 2022 ຢູ່ໂຮງແຮມແທກບັງ ແຂວງຮ່າຕິ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມແລກປ່ຽນສະພາບປະຈຳປີ 2022 ລະຫວ່າງ ກອງບັນຊາການທະຫານຊາຍແດນແຂວງຮ່າຕີ່ງ ສສ ຫວຽດນາມ ກັບກອງບັນຊາການ ປກສ ແຂວງບໍລິຄຳໄຊ ສປປ ລາວ.

ຝ່າຍລາວນຳໂດຍທ່ານ ພັນເອກ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມຄະນະ, ຝ່າຍຫວຽດນາມ ນຳໂດຍທ່ານ ພັນເອກ ບຸ່ຍຮົ່ງແທງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ທະຫານຊາຍແດນ ແຂວງຮ່າຕິ່ງ, ມີຄະນະກອງບັນຊາການ, ຫົວຫນ້າ ຄະນະຫ້ອງ, ບັນດາກອງບັນຊາການ ປກສ ເມືອງ ແລະ ຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ພັອ ຮ່ວາງຫວຽດຢູ້ງ ຮອງກອງບັນຊາການທະຫານຊາຍເເດນ ແຂວງ ຮ່າຕີ່ງ ສສ ຫວຽດນາມ ແລະ ທ່ານ ພັນເອກ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຜັດປ່ຽນກັນຂື້ນລາຍງານສະພາບການຈັດຕັ້ງປະສານສົມທົບຂອງສອງກຳລັງ ໃຫ້ຄະນະຜູ້ແທນທັງສອງຝ່າຍໄດ້ຮັບຊາບ ໃນໄລຍະ 2 ປີ ຜ່ານມາ ເຫັນວ່າ ຍັງພົບຄວາມຫຍຸ້ງຍາກໃນການປະສານງານ ທີ່ສືບເນື່ອງມາຈາກສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງຮ້າຍແຮງ, ແຕ່ສອງກໍາລັງກໍ່ບໍ່ໄດ້ທໍ້ຖອຍ ໄດ້ພ້ອມກັນຕັດສິນໃຈສູ້ຊົນຜ່ານຜ່າທຸກຂໍ້ຫຍຸ້ງຍາກແລກປ່ຽນບົດຮຽນດ້ວຍການສົ່ງຂໍ້ມູນຂ່າວສານໃຫ້ກັນຊາບໃນແຕ່ລະໄລຍະ ເພື່ອຕິດຕາມການເຄື່ອນໄຫວຂອງເປົ້າໝາຍ ແລະ ກຸ່ມຄົນບໍ່ດີທີ່ເຂົ້າ – ອອກໄປມາລຽບຕາມຊາຍແດນ.

ປີ 2020 – 2022 ມີປະຊາຊົນແຂວງຮ່າຕີ່ງ ທີ່ຜິດລະບຽບກົດໝາຍການເຂົ້າ-ອອກ ເຊັ່ນ: ມາລັກປະກອບອາຊີບບໍ່ຖືກຕ້ອງຈໍານວນ 99 ຄົນ, ຍີງ 23 ຄົນ, ລັກເຂົ້າເມືອງຜິດກົດໝາຍຈໍານວນ 33 ຄົນ, ຍີງ 14 ຄົນ, ລັກສ້າງຄອບຄົວ 01 ຄົນ, ເສບຢາເສບຕິດ 01 ຄົນ ແລະ ລະເມີດລະບຽບຈະລາຈອນ 03 ຄົນ, ນອກນີ້ ເຈົ້້າໜ້າທີ່ດ່ານ ຕມ ສາກົນນໍ້າພາວໄດ້ສົ່ງຜູ້ຖືກຫາປະຊາຊົນຫວຽດນາມໃຫ້ທະຫານຊາຍແດນຈໍານວນ 28 ຄົນ ແລະ ຜູ້ຖືກຫາປະຊາຊົນລາວຈໍານວນ 03 ຄັ້ງ.

ປະສານສົມທົບກັນມ້າງ ຄະດີຢາເສບຕິດຢູ່ເມືອງທ່າພະບາດໄດ້ 01 ລາຍ ຢຶດຂອງກາງຢາບ້າໄດ້ 60 ມັດ ( ເທົ່າກັບ 120,000 ເມັດ ) ສົມທົບມ້າງລາຍຄະດີຢູ່ເມືອງປາກຊັນ 01 ລາຍ ກັກຜູ້ຖືກຫາໄດ້ 4 ຄົນ, ຍີງ 2 ຄົນ ຢຶດຂອງກາງຢາບ້າ 120 ມັດ ( ເທົ່າກັບ 240,000 ເມັດ ) ຢາໄອ້ 60 ກິໂລກາມ, ລົດໃຫຍ່ 2 ຄັນ ແລະ ມ້າງລາຍຄະດີຢູ່ເມືອງຄຳເກີດ 01 ລາຍ, ກັກຜູ້ຖຶກຫາ 04 ຄົນ, ຂອງກາງເຮໂລອິນ 600 ແທ່ງ ( ໜັກ 231 ກິໂລກາມ ) ແລະ ຢາບ້າ 4,000 ເມັດ.

ພິເສດ ກະຊວງຕໍາຫຼວດຫວຽດນາມ ໄດ້ຊຸກຍູ້ຊ່ວຍເຫຼືອກະຊວງປ້ອງກັນຄວາມສະຫງົບລາວ ໃນການສ້າງຫ້ອງການເພື່ອປະສານງານບັນດາເມືອງທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມມີ 12 ຈຸດ ຄື: ເມືອງຄຳເກີດ 05 ຫຼັງ, ເມືອງວຽງທອງ 04 ຫຼັງ, ເມືອງໄຊຈໍາພອນ 03 ຫຼັງ, ປະຈຸບັນສຳເລັດແລ້ວ 07 ຫຼັງ, ຍັງ 05 ຫຼັງທີ່ກໍາລັງກໍ່ສ້າງ.

ໃນກອງປະຊຸມ ຜູ້ແທນທັງສອງຝ່າຍ ໄດ້ປຶກສາຫາລືຄົ້ນຄວ້າປະກອບຄຳຄິດຄຳເຫັນ ໃສ່ທິດທາງແຜນການຕໍ່ໜ້າເພື່ອພ້ອມກັນແກ້ໄຂໃຫ້ທັນເວລາ, ປະສານສົມທົບກຳໃຫ້ໄດ້ເປົ້າໝາຍຕ້ອງສົງໃສ ທີ່ເຄື່ອນໄຫວຄ້າ – ຂາຍຢາເສບຕິດຂ້າມຊາຍແດນໃຫ້ທັນສະພາບການ.

ຕອນທ້າຍກອງປະຊຸມ ຜູ້ແທນທັງສອງຝ່າຍ ກໍ່ໄດ້ເປັນເອກະພາບກັນ ສ້າງບົດບັນທຶກຊ່ວຍຈຳ ເພື່ອເປັນແຜນການທິດທາງໃນຕໍ່ໜ້າເຄື່ອນໄຫວປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນແຂວງຂອງຕົນ ແລະ ຄວາມສະຫງົບຕາມເສັ້ນຊາຍແດນການເຂົ້າ – ອອກເມືອງຂອງປະຊາຊົນ ໃຫ້ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ແລະ ຍັງໄດ້ສະເໜີພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມແລກປ່ຽນໃນແຕ່ລະປີ.

 

About admin11