ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຄັງເງິນປະຈຳແຂວງບໍລິຄຳໄຊ

 

ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຄັງເງິນ ປະຈຳແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 06 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານ ສະຫາຍ ບົວວັນ ແກ້ວອັດສາວົງ ເລຂາໜ່ວຍພັກຄັງເງິນປະຈຳແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ສະຫາຍ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ມີຄະນະພະແນກການເງິນແຂວງ, ຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກພາຍໃນຂະແໜງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໜ່ວຍພັກຄັງເງິນປະຈຳແຂວງ ເປັນໜ່ວຍພັກຫນຶ່ງ ທີ່ຂື້ນກັບຄະນະພັກຮາກຖານພະແນກການເງິນແຂວງ ມີການເຄື່ອນໄຫວຕາມພາລະບົດບາດ ຮັບໃຊ້ຫນ້າທີ່ການເມືອງຂອງພັກ ໂດຍການຈັດຕັ້ງຜັນຂະຫຍາຍແນວທາງ ແຜນນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດຫມາຍຂອງລັດ ໃນຂົງເຂດຮັບຜິດຊອບຂອງຕົນ.

ປະຈຸບັນ ມີຄະນະໜ່ວຍພັກ 03 ສະຫາຍ, ຍິງ 1 ສະຫາຍ, ມີ ສະມາຊິກພັກ 18 ສະຫາຍ, ຍິງ 08 ສະຫາຍ, ໃນນັ້ນ ສຳຮອງ 03 ສະຫາຍ, ຍິງ 03 ສະຫາຍ, ຜ່ານການນຳພາ – ຊີ້ນຳ ຂອງໜ່ວຍພັກ ຕະຫຼອດໄລຍະ 5 ປີຜ່ານມາ ສະມາຊິກພັກພາຍໃນໜ່ວຍ ໄດ້ຢຶດຫມັ້ນລັດທິມາກ – ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອຂອງພັກເປັນພື້ນຖານແນວຄິດ, ຖືເອົາວຽກງານແນວຄິດເປັນວຽກສໍາຄັນແຖວຫນ້າ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ສອດຫ້ອຍເຂົ້າໃນທຸກວຽກງານຂອງຂະແຫນງການທີ່ຂຶ້ນກັບ, ສະມາຊິກພັກ – ພະນັກງານ ມີລະບຽບວິໄນດີ, ເຄົາລົບນັບຖືການຈັດຕັ້ງ, ລະບຽບພັກ, ກົດໝາຍ ແລະ ນິຕິກຳຕ່າງໆ ຂອງລັດ ພ້ອມກັນຈັດຕັ້ງປະຕິບັດມະຕິຂອງໜ່ວຍພັກຢ່າງເຂັ້ມງວດ.

ໄດ້ຄຸ້ມຄອງລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານຜ່ານລະບົບຄັງເງິນ ຖືກຕ້ອງຕາມລະບຽບການ, ໃນຊຸມປີຜ່ານມາ ເຫັນວ່າການຈັດເກັບລາຍຮັບເຂົ້າງົບປະມານ ແມ່ນລື່ນແຜນທຸກໆປີ ແລະ ປະຕິບັດລາຍຈ່າຍງົບປະມານໄດ້ ຕາມແຜນທີ່ສະພາຮັບຮອງ, ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄັງເງິນປະຈຳແຂວງເປັນແຕ່ລະໄລຍະ.

ຜ່ານມາ ຜົນການກວດກາ ຕີລາຄາ ແບ່ງປະເພດສະມາຊິກພັກ ແມ່ນມີສະມາຊິກພັກປະເພດ ແຂງ ກວມ 95% ຂຶ້ນໄປ ( ນັບແຕ່ປີ 2017-2021 ໄດ້ຮັບນາມມະຍົດເປັນໜ່ວຍພັກ ແຂງ 4 ຄັ້ງ ແລະ ໜ່ວຍພັກ ກາງ 1 ຄັ້ງ), ຊຸກຍູ້ສະມາຊິກພັກໄປກໍ່ສ້າງ ແລະ ບໍາລຸງຍົກລະດັບທາງດ້ານທິດສະດີ ການເມືອງ – ການປົກຄອງ ຈຳນວນ 07 ສະຫາຍ, ຍິງ 03 ສະຫາຍ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ບົວວັນ ແກ້ວອັດສາວົງ ເປັນເລຂາໜ່ວຍພັກຄັງເງິນປະຈຳແຂວງ ຊຸດທີ V, ສະຫາຍ ນາງ ຟອງສະໝຸດ ຫຼວງເພັດ ເປັນຮອງເລຂາ ແລະ ສະຫາຍ ແສງດາວ ສີແສນດີ ເປັນຜູ້ກວດກາ.

About admins16