ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງວຽງທອງ ຄັ້ງທີ II ສະໄໝທີ IV

 

ໃນວັນທີ 19 ມີນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ຫ້ອງການສະຫະພັນນັກຮົບເກົ່າເມືອງ ໄດ້ຈັດກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງ ຄັ້ງທີ II ສະໄໝທີ IV ພາຍໃຕ້ການເປັນປະທານຂອງ ທ່ານ ຮທ ອ່ອນແກ້ວ ອຸດລາຍັນ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ, ປະທານຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກງານພັກພະນັກງານ, ມີບັນດາຄະນະບໍລິຫານງານນັກຮົບເກົ່າ, ສະມາຊິກສະຫະພັນນັກຮົບເກົ່າທົ່ວເມືອງ, ພະນັກງານບໍານານອາວຸໂສ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພັທ ສົມໃຈ ໄຊປົວວ່າງ ໄດ້ຂຶ້ນຜ່ານບົດສະຫຼຸບໃນການເຄື່ອນໄຫວວຽກງານຮອບດ້ານຂອງນັກຮົບເກົ່າໄລຍະ 1 ປີຜ່ານມາ ວ່າ: ທົ່ວເມືອງວຽງທອງ ມີໜ່ວຍນັກຮົບເກົ່າ 23 ໜ່ວຍ ແລະ ມີ 8 ຈຸ, ມີສະມາຊິກນັກຮົບເກົ່າ 502 ສະຫາຍ, ຍິງ 13 ສະຫາຍ, ມີສະມາຊິກນັກຮົບເກົ່າທີໄດ້ຮັບອຸດໜູນແລ້ວ 75 ສະຫາຍ, ຍິງ 3 ສະຫາຍ, ມີພະນັກງານປະຈໍາຫ້ອງການນັກຮົບເກົ່າເມືອງ 8 ສະຫາຍ, ຍິງ 2 ສະຫາຍ.

ຜ່ານມາ ຄະນະບໍລິຫານງານນັກຮົບເກົ່າ ໄດ້ຊີ້ນໍາ – ນໍາພາສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານ, ສະມາຊິກຂອງຕົນ ໃຫ້ມີຄວາມສາມັກຄີເຊີ່ງກັນ ແລະ ກັນໃນຖັນແຖວພະນັກງານກັບພໍ່ແມ່ປະຊາຊົນບັນດາເຜົ່າ, ພ້ອມກັນຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບເປັນເອກະພາບສູງ ຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ, ເອົາໃຈໃສ່ກວດກາຕິດຕາມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະຕິບັດວຽກງານນະໂຍບາຍຕ່າງໆໃນຂົງເຂດຂອງຕົນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆພາຍເມືອງ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບສຸກ.

ພ້ອມກັນນີ້ ກໍ່ໄດ້ຜ່ານທິດທາງແຜນການໃນປີຕໍ່ໄປເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການເພື່ອຄວາມເປັນເອກະພາບນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

About admin11