ເມືອງ ວຽງທອງ ເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຊຸດທີ III

 

ໃນວັນທີ 16 ມີນາ 2021 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ III ຂື້ນ ໂດຍການເຂົ້າຮ່ວມເປີດພິທີ ຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ທ່ານ ພູເຂົາເງີນ ອີນທະວົງ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ, ມີຄະນະກຳມະການຮັບຜິດຊອບ, ອາຈານສອນ, ນັກສຳມະນາກອນພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ພິທີ ທ່ານ ທອງລິດ ສິດທິອຳພາ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານບົດລາຍງານ ການກະກຽມເປີດບັ້ນຝືກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບໍາລຸງ 45 ວັນ ຊຸດທີ III ຂອງເມືອງ ແລະ ເປັນຊຸດທີ 46 ຂອງແຂວງ ປີ 2021 ເຊີ່ງຈະເລີ່ມການຮຽນການສອນແຕ່ວັນທີ 16 ມີນາ 2021 ເປັນຕົ້ນໄປ ເຊີ່ງມີນັກສຳມະນາກອນເຂົ້າຮ່ວມທັງໝົດ77 ສະຫາຍ, ຍິງ 15 ສະຫາຍ ຊື່ງໃນນັ້ນ ເປັນພະນັກງານລັດຖະກອນ 53 ສະຫາຍ, ຍີງ 14 ສະຫາຍ, ມາຈາກຂົງເຂດ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ 23 ສະຫາຍ, ຍິງ 1 ແລະ ຂົງເຂດລັດວິສາຫະກິດ 1 ສະຫາຍ, ມີອາຈານສອນມາຈາກແຂວງ 1 ສະຫາຍ, ຈາກເມືອງຈຳນວນ 36 ສະຫາຍ, ຍີງ 2 ສະຫາຍ.

ຜູ້ເຂົ້າຮຽນໃນຄັ້ງນີ້ ຈະໄດ້ຮຽນຮູ້ທິດສະດີການເມືອງ-ການປົກຄອງ ຊັ້ນພື້ນຖານຕ່າງໆຈຳນວນ 5 ກຸ່ມວິຊາຮຽນ ລວມມີ 41 ບົດ ມີ 235 ຊົ່ວໂມງ.

ພິທີຍັງໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າເມືອງ-ເມືອງ ວຽງທອງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບ, ພະນັກງານຂື້ນຫ້ອງສອນ ແລະ ຂໍ້ຕົກລົງ ວ່າດ້ວຍຮັບເອົານັກສຳມະນາກອນເຂົ້າຝືກອົບຮົມທິດສະດີການເມືອງ-ການປົກຄອງລະບົບບຳລຸງ 45 ວັນ.

ຕ້ອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມຈາກທ່ານປະທານເຊີ່ງທ່ານໄດ້ໃຫ້ທິດເຍືອງທາງແກ່ບັນດານັກສຳມະນາກອນຜູ້ເຂົ້າຮ່ວມຈົງຕັ້ງໃຈສຶກສາຮໍ່າຮຽນ ແລະ ແລກປ່ຽນບົດຮຽນຕ່າງໆໃຫ້ໄດ້ຮັບໝາກຜົນສູງສຸດ.

About admin11