ການນໍາຂັ້ນແຂວງຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກຢູ່ສູນປິ່ນປົວຫຼັກ 6

ໃນຕອນເຊົ້າຂອງວັນທີ 2 ສິງຫາ 2021 ທ່ານ ວັນວິໄລ ແດນພູຫລວງ ຮອງເລຂາພັກແຂວງ ໄດ້ເປັນກຽດຢ້ຽມຢາມ ແລະ ເຂົ້າຮ່ວມພິທີມອບເຄື່ອງອຸປະໂພກ-ບໍລິໂພກ ເຊິ່ງອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ແລະ ສູນບໍລິການຢູນີເທວ ໄດ້ໄປມອບເຄື່ອງໃຫ້ທີມແພດ, ເຈົ້າໜ້າທີ່ຕໍາຫຼວດ ແລະ ຄົນເຈັບ ທີ່ກໍາລັງປະຕິບັດໜ້າທີ່, ປິ່ນປົວ, ປ້ອງກັນເວນຍາມຜູ້ຕິດເຊື້ອພະຍາດໂຄວິດ19 ທີ່ສູນປິ່ນປົວຫຼັກ 6 ແຂວງບໍລິຄໍາໄຊ ລວມມູນຄ່າ 3.692.000 ກີບ ໃນນັ້ນປະກອບມີ: ນໍ້າດື່ມ, ໝີ່ໄວໆ, ໄຂ່, ປາກະປ໋ອງ, ແຟັບ ແລະ ອາຫານກ໋ອງ ເຖິງຈະມີຈໍານວນໜ້ອຍແຕ່ກໍ່ເປັນ ນໍ້າຈິດນໍ້າໃຈຂອງການນໍາ ແລະ ອົງການຈັດຕັ້ງມະຫາຊົນ, ສັງຄົມ ທີ່ໄດ້ບິແບ່ງນໍ້າໃຈປະກອບສ່ວນ ເພື່ອຊ່ວຍເຫຼືອບັນເທົາທຸກ ເມື່ອສັງຄົມມີຄວາມເດືອດຮ້ອນ ເຊິ່ງປັດຈຸບັນ ຢູ່ແຂວງບໍລິຄໍາໄຊ ມີຜູ້ຕິດເຊຶື້ອທີ່ກໍາລັງປິ່ນປົວ ຈໍານວນ 29 ກໍລະນີ, ຍິງ 18 ກໍລະນີ, ປິ່ນປົວຢູ່ສູນຫຼັກ 6 ມີ 21 ກໍລະນີ, ຍິງ 11 ກໍລະນີ, ປິ່ນປົວຢູ່ສູນຊາວໜຸ່ມ 8 ກໍລະນີ, ຍິງ 7 ກໍລະນີ, ຜູ້ຕິດເຊື້ອທັງໝົດແມ່ນແຮງງານລາວໄປເຮັດວຽກຢູ່ຕ່າງປະເທດກັບຄືນພູມລຳເນົາ.

About admin11