ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງປາກກະດິງ ຄັ້ງທີ 7 ສະໄຫມທີ VII

ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງປາກກະດິງ ແຂວງບໍລິຄຳໄຊ, ຄັ້ງທີ 7, ສະໄຫມທີ VII ໄດ້ຈັດຂື້ນໃນລະຫວ່າງ ວັນທີ 26-27 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ, ເປັນກຽດເຂົ້່າຮ່ວມຂອງທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະປະຈຳ-ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າກອງບັນຊາການ ປກຊ-ປກສ, ກອງພັນ 616-256, ຄະນະພັກຮາກຖານ ແລະ ເລຂາພັກ 47 ບ້ານພາຍໃນເມືອງ ເຂົ້າຮ່ວມ.

ສະຫາຍ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະສະໄໝສາມັນຂອງຄະນະບໍລິຫານງານສູນກາງພັກສະໃໝທີ XI.

ຫຼັງຈາກນັ້ນ ຄະນະຮັບຜິດຊອບກອງປະຊຸມ ກໍ່ໄດ້ຜ່ານຮ່າງບົດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງຄັ້ງທີ 6 ສະໄໝທີ VII ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ແລະ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2021.

ໄລຍະ 6 ເດືອນຜ່ານມາ ທົ່ວເມືອງປາກກະດິງ ມີຄວາມສະຫງົບໂດຍພື້ນຖານ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ພະນັກງານລັດຖະກອນທຸກຂົງເຂດວຽກງານມີຄວາມສາມັກຄີ, ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາ ຂອງພັກ, ປະຕິບັດວິຊາສະເພາະຢ່າງຕັ້ງໜ້າ, ກົງຈັກການຈັດຕັ້ງໃນລະບົບການເມືອງກໍ່ໄດ້ສືບຕໍ່ປັບປຸງຊັບຊ້ອນຈັດວາງພະນັກງານນຳພາຄຸ້ມຄອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານນັບແຕ່ສຳນັກງານຫ້ອງການລົງຮອດຮາກຖານທ້ອງຖິ່ນ, ພໍ່ແມ່ປະຊາຊົນກໍ່ໄດ້ສຸມໃສ່ທຳຜົນຜະລິດຕາມລະດູການຢ່າງເປັນປົກກະຕິ ເພື່ອສະໜອງການບໍລິໂພກ, ຂາຍເຂົ້າໂຮງງານ ແລະ ຕາມທ້ອງຕະຫຼາດ.

ຄຽງຄູ່ກັບການປະຕິບັດມາດຕະການ ກໍ່ຄືການປະຕິບັດພາລະກິດ ປ້ອງກັນ, ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ສາມາດຄວບຄຸບໃຫ້ຢູ່ໃນສະພາບປົກະຕິ.

About admin11