ສະຫຼຸບການເຄື່ອນໄຫວວຽກງານ ແມ່ ແລະ ເດັກ 6 ເດືອນ ປີ 2021

ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຂອງໜ່ວຍງານ ປະສູດ-ພະຍາດຍິງ, ແມ່ ແລະ ເດັກ ໂຮງໝໍແຂວງບໍລິຄຳໄຊ 6 ເດືອນຕົ້ນປີ 2021 ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2021 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ຄະນະຮັບຜິດຊອບໜ່ວຍງານຈາກໂຮງໝໍແຂວງ ແລະ ຈາກບັນດາ 7 ຕົວເມືອງພາຍໃນແຂວງ ເຂົ້າຮ່ວມ.

ວຽກງານແມ່ແລະເດັກ ເປັນວຽກງານໜື່ງທີ່ສຳຄັນ ຂະແໜງສາທາລະນະສຸກຈຶ່ງໄດ້ເອົາໃຈໃສ່ສູ້ຊົນ ເພື່ອເຮັດໃຫ້ສະຖິຕິການຕາຍຂອງແມ່ ແລະ ເດັກມີຈຳນວນລຸດຜ່ອນລົງ ມີການບໍລີການເກີດລູກບໍ່ເສຍຄ່າ ແລະ ມີປະກັນສັງຄົມ(ກປຊ).

ປະຈຸບັນ ແມ່ຍິງຖືພາ ແມ່ນມີຄວາມເຂົ້າໃຈຕໍ່ວຽກງານສາທາລະນະສຸກ ຈາກສະຖິຕິແມ່ຖືພາໄດ້ເຂົ້າມາກວດ, ຝາກທ້ອງ, ເກີດລູກໃນໂຮງໝໍ ແລະ ສະຖິຕິການກວດສຸຂະພາບເດັກນ້ອຍ ແມ່ນໄດ້ເຂົ້າເຖິງການບໍລິການຫຼາຍຂື້ນຖ້າທຽບໃສ່ປີຜ່ານໆມາ.

ໃນໄລຍະ 6 ເດືອນຕົ້ນປີ ມີແມ່ຍີງຖືພາກວດທ້ອງຄັ້ງທີ 1 ໃນ 7 ຕົວເມືອງ 357 ຄົນ, ແມ່ຍິງຖືພາ ຝາກທ້ອງຄັ້ງທີ 4 ຈຳນວນ 322 ຄົນ, ແມ່ຍິງຝາກທ້ອງ ຄັ້ງທີ 2 ຫຼາຍກວ່າ 5 ຄັ້ງ 1204 ຄົນ, ແມ່ຍິງສ່ຽງໄພຂັ້ນ 2 ຈຳນວນ 82 ຄົນ, ແມ່ຍິງຖືພາໄດ້ຮັບຢາທາດເຫຼັກ 323 ຄົນ, ແມ່ຍິງຖືພາສັກວັກແຊງເຂັມ 1 ຈຳນວນ 146 ຄົນ, ສັກວັກແຊງເຂັມ 2 ຈຳນວນ 62 ຄົນ, ສັກຄົບ 5 ເຂັມ 354 ຄົນ, ໄດ້ຮັບການກວດເຊື້ອ HIV ຈຳນວນ 94 ຄົນ.

ການເກີດໃນສະຖານທີ່ບໍລິການ ຈາກ 7 ຕົວເມືອງ ມີ 631 ຄົນ, ເກີດລູກທຳມະຊາດ ( ເກີດທາງຊ່ອງຄອດ ) 503 ຄົນ, ເກີດໂດຍການຜ່າຕັດ 128 ຄົນ, ແມ່ຍິງເກີດລູກກຽມຊັກ ແລະ ຊັກກະຕຸກ 27 ຄົນ, ໄດ້ຮັບການສັກຢາ ອ໋ອກຊີໂຕຊິນ ( oxytocine ) ພາຍໃນ 1 ນາທີ 502 ຄົນ, ເດັກເກີດມີນ້ຳໜັກຕ່ຳກວ່າ 2500 ກຼາມ 49 ຄົນ, ເກີດກ່ອນກຳນົດ 28-36 ອາທິດ 2 ຄົນ, ເດັກເກີດມີຊີວິດ 631 ຄົນ, ເດັກດູດນົມແມ່ 1 ຊົ່ວໂມງທຳອິດ 503 ຄົນ, ລຸລູກແບບທຳມະຊາດ 154 ຄົນ ແລະ ຖືພາລູກນອກພົກ 56 ຄົນ.

ກອງປະຊຸມ ຍັງໄດ້ຮັບຟັງການລາຍງານບັນຫາພົ້ນເດັ່ນຈາກບັນດາເມືອງ ພ້ອມນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນ ບັນຫາທີ່ຍັງຫຍຸ້ງຍາກ ເປັນຕົ້ນແມ່ນ ປະຊາຊົນຍັງບໍ່ມາຝາກທ້ອງຄົບຕາມເປົ້າໝາຍ, ແມ່ຍິງຖືພາບາງຄົນມາຝາກທ້ອງ ແຕ່ບໍ່ມາເກີດໃນສະຖານທີ່ບໍລິການ ຍ້ອນຄວາມເຊື່ອ, ເສັ້ນທາງຫຍຸ້ງຍາກ, ເສດຖະກິດຄອບຄົວ, ຍັງບໍ່ມີຊ່ຽວຊານດ້ານປະສູດ, ຊ່ຽວຊານເດັກນ້ອຍ, ການນຳສົ່ງລະຫວ່າງເມືອງຫາໂຮງໝໍແຂວງ ຍັງຊັກຊ້າ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມ.

About admins16