ໄຊຈຳພອນ ຝຶກອົບຮົມວຽກງານກວດກາພັກ

ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2021 ຢູ່ທີ່ສະໂມສອນຫຼັງໃໝ່ຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ເປີດການຝຶກອົບຮົມ ວຽກງານກວດກາພັກທົ່ວເມືອງ ໂດຍການເປັນປະທານ ຂອງສະຫາຍ ໂກ່ ໄຊສົມບັດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊຈຳພອນ, ມີ ເລຂາ-ຄະນະຮາກຖານ 7 ຮາກຖານ, 50 ໜ່ວຍພັກ ພາຍໃນເມືອງ ເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ ຈຸດປະສົງ ກໍ່ເພື່ອແນະນຳວຽກງານກວດກາພັກ ໃຫ້ບັນດາສະຫາຍຄະນະກວດກາພັກທົ່ວເມືອງ ເຂົ້າໃຈໃນການເຄື່ອນໄຫວເກັບກຳຂໍ້ມູນ, ຫຼັກຖານ, ພິຈາລະນາ, ຕີລາສະພາບຄວາມເປັນຈິງ ກ່ຽວກັບດ້ານດີ, ດ້ານຕັ້ງໜ້າ ທີ່ຕ້ອງໄດ້ສົ່ງເສີມ, ດ້ານອ່ອນ, ດ້ານຫຍໍ້ທໍ້, ຂໍ້ຜິດພາດ ທີ່ຕ້ອງໄດ້ພ້ອມກັນແກ້ໄຂ.

ສະຫາຍປະທານ ໄດ້ນຳເອົາເອກະສານ ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາຂອງພັກ ໂດຍໄດ້ເວົ້າເຖິ່ງປະຫວັດຄວາມເປັນມາ ຂອງວຽກງານຕິດຕາມ, ກວດກາ ແຕ່ລະໄລຍະ ຈົນມາຮອດ ວັນສ້າງຕັ້ງອົງການກວດກາພັກ-ລັດ ຂື້ນຢ່າງເປັນທາງການ ໃນວັນທີ 15/2/2012 ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງ ເລກທີ 02/ກມສພ, ຈາກນັ້ນ ກໍ່ໄດ້ພ້ອມກັນປະກອບຄໍາຄິດເຫັນ ແລກປ່ຽນບົດຮຽນຢ່າງມີເນື້ອໃນເລິກເຊິ່ງ ເເລະ ກົງໄປກົງມາດ້ວຍມີຄວາມໜາຍຄວາມສໍາຄັນ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດວຽກງານກວດກາພັກທົ່ວເມືອງໄຊຈຳພອນ ໃຫ້ເຕີບໃຫ່ຍຂະຫຍາຍຕົວເປັນກ້າວໆ.

 

About admin11