ກອງປະຊຸມວຽກງານປ້ອງກັນຄວາມສະຫງົບຂະແໜງທ່ອງທ່ຽວ ເມືອງປາກກະດິງ

ກອງປະຊຸຸມ ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂະແໜງການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງການເສດຖະກິດເມືອງປາກກະດິງ ເຂົ້າຮ່ວມໂດຍ ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ມີທ່ານ ພັນໂທ ສົມບູນ ວົງນະລາດ ຄະນະພັກຮາກຖານ, ຫົວໜ້າພະແນກຕໍາຫຼວດທ່ອງທ່ຽວ, ຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ, ມີຄະນະກອງບັນຊາການ ປກສ ເມືອງປາກກະດິງ, ຫ້ອງການກ່ຽວຂ້ອງ, ຕະຫຼອດຮອດຜູ້ປະກອບການຫົວໜ່ວຍທຸລະກິດພາຍໃນເມືອງ ເຂົ້າຮ່ວມ.

ໃນພິທີ ຄະຮັບຜິດຊອບ ໄດ້ພັດປ່ຽນກັນຂື້ນຜ່ານ ດໍາລັດ ເລກທີ 315/ລບ, ລົງວັນທີ 2 ຕຸລາ 2017 ວ່າດ້ວຍການບັນເທິງ, ຂໍ້ຕົກລົງ ສະບັບ ເລກທີ 985/ຖວທ, ລົງວັນທີ 14 ທັນວາ 2021 ວ່າດ້ວຍ ສະຖານທີ່ພັກແຮມ, ຂໍ້ຕົກລົງ ເລກທີ 986/ຖວທ, ລົງວັນທີ 14 ທັນວາ 2021 ວ່າດ້ວຍ ຮ້ານອາຫານ, ຈຸດປະສົງ ເພື່ອສົ່ງເສີມ ແລະ ຄຸ້ມຄອງສະຖານທີ່ພັກແຮມ,ຮ້ານບັນເທິງ ຮ້ານອາຫານ, ໃຫ້ມີຄວາມເປັນລະບຽບຮຽບຮ້ອນ, ມີຄວາມສະຫງົບ, ປອດໄພ, ມີຄວາມສະດວກວ່ອງໄວ, ໂປ່ງໃສ, ຍຸຕິທໍາ, ຖືກຕ້ອງ, ມີຄຸນນະພາບ ແລະ ໄດ້ມາດຕະຖານ ເພື່ອປົກປ້ອງສິດ, ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແນ່ໃສ່ດຶງດູດນັກທ່ອງທ່ຽວ, ນັກລົງທືນ, ສົ່ງເສີ່ມການຜະລິດສິນຄ້າພາຍໃນ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ສ້າງລາຍຮັບ, ສ້າງວຽກເຮັດງານທຳ, ກະຈາຍລາຍໄດ້ສູ່ສັງຄົມ ປະກອບສ່ວນພັດທະນາປະເທດຊາດ ໃຫ້ຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ.

ໂອກາດດຽວກັນ ຄະນະຮັບຜິດຊອບ ປກສ ແຂວງ, ປກສ ເມືອງ, ຫົວໜ່ວຍທຸລະກິດ ຜູ້ປະກອບການ, ໄດ້ປະກອບຄໍາຄິດຄໍາເຫັນຕໍ່ທີ່ປະຊຸມ, ເຊິ່ງຍົກໃຫ້ເຫັນ ດ້ານດີ, ດ້ານຄົງຄ້າງ ສະເໜີໃຫ້ທາງພາກລັດ ແລະ ຜູ້ດຳເນີນທຸລະກິດຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂ ເພື່ອເຮັດໃຫ້ບັນດາຫົວໜ່ວຍທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ, ພັດຕະຄານ, ຮ້ານບັນເທິງ, ຮ້ານກິນດື່ມຄາລາໂອເກະ, ຣີສອດ ແລະ ຜູ້ປະກອບການຂະແໜງທ່ອງທ່ຽວ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ກັບວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຢ່າງເຂັ້ມງວດ.

About admins14