ກອງປະຊຸມໃຫຍ່ ຄັ້ງທີ IX ຂອງແນວລາວສ້າງຊາດບ້ານອຸດົມ

ໃນວັນທີ 13 ກັນຍາ 2022 ຢູ່ຫ້ອງການບ້ານອຸດົມ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງການແນວລາວສ້າງຊາດ ຂັ້ນບ້ານຕົນຂຶ້ນ ໂດຍການເປັນປະທານຂອງ ທ່ານ ຊຽງຄູນ ດວງຈະເລີນໄຊ ປະທານແນວລາວສ້າງຊາດບ້ານອຸດົມ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງຄຳເກີດ, ມີບັນດາແຂກ, ອຳນາດການປົກຄອງ 5 ໜ່ວຍງານພາຍໃນບ້ານ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ຊຽງຄູນ ດວງຈະເລີນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງທ່ານໃຫ້ຮູ້ວ່າ ໃນໄລຍະ 5 ປີຜ່ານມາ ຄະນະກໍາມະການແນວລາວສ້າງຊາດ ໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກ ໃນ 5 ໜ່ວຍງານ, ເອົາໃຈໃສ່ເຄື່ອນໄຫວວຽກຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ລົງໄກ້ຊິດຕິດແທດກັບພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ, ນຳເອົາເອກະສານຕ່າງໆ ລົງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ, ກົດລະບຽບຂອງລັດ.

ບ້ານອຸດົມ ເປັນບ້ານໜຶ່ງທີ່ຕັ້ງຢູ່ເທດສະບານເມືອງ ປະກອບມີ 4 ຊົນເຜົ່າ ຄື: ຊົນເຜົ່າ ແມນ, ເຜົ່າຢ້າວ, ເຜົ່າມູນ, ເຜົ່າຜູ້ໄທ, ມີ 295 ຫຼັງຄາເຮືອນ, 215 ຄອບຄົວ ແລະ ມີພົນລະເມືອງ 1.134 ຄົນ, ຍີງ 566 ຄົນ, ພົ້ນທຸກມີ 293 ຫຼັງຄາ, ອາຊີບຂອງປະຊາຊົນ ສ່ວນຫຼາຍແມ່ນ ຊາວກະສີກອນ ແລະ ຄ້າຂາຍ, ຊາວກະສີກອນພາຍໃນບ້ານໄດ້ບຸກບືນທຳການຜະລິດ ແລະ ຄ້າຂາຍຖືກຕ້ອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍລາຍຮັບ 8.000.000 ກີບ/ຄົນ/ປີ ສາມາດຮັບຮອງເປັນບ້ານພັດທະນາ, ພົ້ນທຸກ, ບ້ານ ສາມັກຄີປອງດອງ.

ພາຍຫລັງຄະນະຊຸດເກົ່າກ່າວອຳລາໜ້າທີ່, ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງປະທານແນວລາວສ້າງຊາດເມືອງຄຳເກີດ ສະບັບເລກທີ 368/ນຊມ, ລົງວັນທີ 16 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດຂັ້ນບ້ານ ໂດຍຕົກລົງແຕ່ງຕັ້ງ ທ່ານ ຊຽງຄູນ ດວງຈະເລີນໄຊ ເປັນປະທານ, ທ່ານ ນາງ ຍົນທອງ ສີອຳພອນ ເປັນຮອງ ທັງເປັນຜູ້ກວດກາ, ທ່ານ ສົມຊາຍ ສໍວົງສອນ ເປັນຮອງປະທານ ຮັບຜິດຊອບວຽກເຜົ່າ ແລະ ຊັ້ນຄົນ, ທ່ານ ງ່າມ ເປັນຮອງປະທານຮັບຜິດຊອບວຽກສາສະໜາ, ທ່ານ ນາງ ຕີມ ມັ່ງວັນທະນາ ເປັນຮອງປະທານ ຮັບຜິດຊອບວຍກວັດທະນາ – ສັງຄົມ.

ທ່ານ ຄຳໝັ້ນ ໄຊຍະວົງ ຍັງໄດ້ຊີ້ນຳ ແລະ ໂອ້ລົມ ກ່ອນອື່ນທ່ານຍ້ອງຍໍຊົມເຊີຍມາຍັງບັນດາທ່ານຄະນະແນວລາວສ້າງຊາດທີ່ສາມາດຍາດໄດ້ຜົນງານ ແລະ ທ່ານໄດ້ຮຽກຮ້ອງມາຍັງບັນດາຄະນະແນວລາວສ້າງຊາດ ໃຫ້ສຶບຕໍ່ສຶກສາອົບຮົມພໍ່ແມ່ປະຊາຊົນພາຍໃນບ້ານ, ມີຄວາມສາມັກຄີກັນ ໃນການເຮັດວຽກທາງດ້ານການຈັດຕັ້ງ 5 ໜ່ວຍງານ, ປົກປັກຮັກສາຮີດຄອງປະເພນີ, ສາສະໜາ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 9 ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຊີ້ນຳ – ນຳພາພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານໃຫ້ມີຄວາມຈະເລີນກ້າວໜ້າ, ຕອນທ້າຍ ໄດ້ຈັດພິທີມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ.

About admins14