ບໍລິຄຳໄຊ ສ້າງຄວາມເຂັ້ມແຂງ ໃຫ້ອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາ ການດຳເນີນຄະດີ

ກອງປະຊຸມ ສ້າງຄວາມເຂັ້ມແຂງໃນການຕິດຕາມ ກວດກາການດຳເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ ໃຫ້ແກ່ພະນັກງານອົງການໄອຍະການປະຊາຊົນເຂດ, ອົງການໄອຍະການທະຫານແຂວງ ແລະ ອົງການໄອຍະການປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2022 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ, ມີພະນັກງານອົງການໄອຍະການປະຊາຊົນເຂດ 1, ເຂດ 2, ອົງການໄອຍະການທະຫານແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 24 – 25 ມີນາ 2022 ໂດຍຈະໄດ້ຮັບຟັງການບັນຍາຍ ແລະ ແນະນຳ ວິທີປະຕິບັດໜ້າທີ່ວຽກງານຕິດຕາມກວດກາການດໍາເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ, ສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບການກະທໍາຜິດ ເປັນຕົ້ນແມ່ນໃນຂໍ້ຫາຄ້າມະນຸດ, ການຟອກເງິນ, ການຕິດຕາມກວດກາ ແລະ ຄົ້ນຄວ້າ ຖະແຫຼ່ງສັ່ງຟ້ອງຜູ້ຖືກຫາຂຶ້ນສານ.

ຈະໄດ້ເຜີຍແຜ່ຄໍາແນະນໍາຮ່ວມ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ກ່ຽວກັບການດຳເນີນຄະດີຂັ້ນກະກຽມ ແລະ ຂັ້ນພະຍາຍາມກໍ່ການກະທໍາຜິດ ໃນສະຖານການຄ້າມະນຸດ, ຄຳສັ່ງແນະນຳຂອງຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານອົງການໄອຍະການປະຊາຊົນ.

ຈຸດປະສົງ ກໍ່ເພື່ອນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແນ່ໃສ່ຮັບປະກັນໃຫ້ແກ່ການດໍາເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ ໄດ້ດຳເນີນໄປຢ່າງຖືກຕ້ອງຕາມກົດໝາຍ, ພ້ອມທັງຮັບປະກັນນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຜູ້ຖືກເຄາະຮ້າຍ.

About admins14