ກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາສົກຮຽນ 2022 – 2023 ທົ່ວເມືອງໄຊຈໍາພອນ

ວັນທີ 15 ກັນຍາ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຜູ້ບໍລິຫານວຽກງານສຶກສາທິການ ແລະ ກິລາທົ່ວເມືອງ ປະຈຳສົກຮຽນ 2022 – 2023 ໂດຍພາຍໄຕ້ການເປັນປະທານຂອງທ່ານ ເພັດສະໝອນ ເພັດວົງສັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ທັງເປັນຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ມີພະນັກງານຮາກຖານຕາມສາຍຕັ້ງປະຈຳເມືອງໄຊຈຳພອນ, ສສຂ, ສອງກຳລັງ ປກຊ – ປກສ, ຫ້ອງການທີ່ກ່ຽວຂ້ອງ, ນາຍບ້ານໃນເທດສະບານເມືອງ ແລະ ຜູ້ອຳນວຍການໂຮງຮຽນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດ ຕາມແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ປະຈຳສົກຮຽນ 2021 – 2022 ແລະ ບູລິມະສິດສຳລັບປີ 2022 – 2023, ຕະຫຼອດໄລຍະຜ່ານມາ ຜູ້ບໍລິຫານການສືກສາ ແລະ ກິລາທົ່ວເມືອງໄຊຈຳພອນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ຄື: ຜົນສຳເລັດການຈັດຕັ້ງປະຕິບັດ 15 ຄາດໝາຍທີ່ບັນລຸມີ 7 ຄາດໝາຍ.

ໄດ້ຮັບຟັງການລາຍງານຈາກຜູ້ອໍານວຍການໂຮງຮຽນມັດທະຍົມ, ຫົວໜ້າກຸ່ມປະຖົມ, ອະນຸບານຂອງໂຮງຮຽນແຕ່ລະແຫ່ງ, ຜູ້ແທນກອງປະຊຸມໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ບັນຫາຈຸດອ່ອນ, ຂໍ້ຄົງຄ້າງ, ກຳນົດວຽກງານ ແລະ ຄົ້ນຄວ້າສ້າງແຜນທີ່ການສຶກສາ ຕາມຄວາມເປັນຈິງ, ແກ້ໄຂສະພາບຄູເຫຼືອ – ບໍ່ພໍ ໃຫ້ສຳເລັດໂດຍໄວ ແລະ ຈັດຕັ້ງຜັນຂະຫຍາຍເປັນແຜນງານ, ໂຄງການ ແລະ ວິທີການຕ່າງໆ ລົງສູ່ທ້ອງຖິ່ນຮາກຖານໃຫ້ທົ່ວເຖິງ ເພື່ອເປັນການປັບປຸງໂຮງຮຽນແຕ່ລະແຫ່ງໃຫ້ມີຄຸນນະພາບ.

ເກັບກຳຂໍ້ມູນ ຈຳນວນປະຊາກອນທີ່ຕົກຫຼົ່ນ ຈາກສາຍສາມັນ ແລະ ຜູ້ດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ໄດ້ເຂົ້າເຖິງການສຶກສາຊັ້ນບຳລຸງຫຼາຍຂຶ້ນ, ໂດຍໄດ້ສຸມໃສ່ວຽກການນຳໃຊ້ງົບປະມານຂອງແຕ່ລະໂຮງຮຽນໃຫ້ມີຄວາມເປັນລະບົບທີ່ລະອຽດຊັດເຈນຂື້ນ ແລະ ມີແຜນປະຈຳປີໃຫ້ຫ້ອງການສຶກສາທິການ ແລະ ກິລາເປັນປົກກະຕິ ພ້ອມນັ້ນຍັງເນັ້ນໜັກໃຫ້ແຕ່ລະໂຮງຮຽນສະໜອງຂໍ້ມູນວຽກສະຖິຕິ ໃຫ້ທັນກັບເວລາທີ່ຂັ້ນເທິງຕ້ອງການ ແລະ ຖືກຕ້ອງ.

About admins14