3 ເດືອນຜ່ານມາ ໜຶ່ງດວງໃຈ ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ

ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານກອງທຶນ ໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ 3 ເດືອນ ( 7, 8, 9 ) ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ, ມີສະມາຊິກພາຍໃນກອງທຶນ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນໄລຍະ 3 ເດືອນຜ່ານມາ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ສົມທົບກັບຫ້ອງວ່າການແຂວງ ແລະ ພາກສ່ວນກ່ຽວຂ້ອງ ນໍາເອົາເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ຜ້າຫົ່ມ ແລະ ເງິນສົດຈໍານວນໜຶ່ງ ເພື່ອບັນເທົາທຸກເບື້ອງຕົ້ນ ຊ່ວຍເຫຼືອຄອບຄົວທຸກຍາກ 52 ຄອບຄົວ, ຄອບຄົວອານາຖາ 6 ຄອບຄົວ, ຄອບຄົວຖືກຜົນກະທົບຈາກອັກຄີໄພ 1 ຄອບຄົວ ຢູ່ເມືອງບໍລິຄັນ ລວມມູນຄ່າ 41.110.000 ກີບ ແລະ ຫ້ອງການແຮງງານສະຫວັດດີການສັງຄົມເມືອງບໍລິຄັນ ສົມທົບມອບສັງກາສີ, ເຫຼັກຕະປູ ມູນຄ່າ 2.100.000 ໃຫ້ຄອບຄົວຖືກອັກຄີໄພ, ຊື້ວັດສະດຸ, ອຸປະກອນ ແລະ ຄ່າໃຊ້ຈ່າຍຕ່າງໆ ໃນການກໍ່ສ້າງເຮືອນສາຍໃຈໃຫ້ຄອບຄົວ ທ່ານ ພັຕ ຍອຍຄໍາ ສິງດາລາ ຢູ່ບ້ານອຸດົມ ເມືອງຄໍາເກີດ ເຊິ່ງເປັນຄອບຄົວ ຜູ້ທີ່ມີຄຸນງາມຄວາມດີໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ 48.574.200 ກີບ, ຊື້ວັດຖຸອຸປະກອນ – ສ້ອມແປງໂຄງຫຼັງຄາ ແລະ ການຕິດຕັ້ງເພດານ, ພັດລົມ, ດອກໄຟ ໃສ່ຫ້ອງຮຽນ ແລະ ມອບອຸປະກອນປື້ມບິກ ໃຫ້ນ້ອງນັກຮຽນ ໂຮງຮຽນປະຖົມສົມບູນໄຊສະຫວັນ ເມືອງທ່າພະບາດ 68.400.000 ກີບ ແລະ ໄດ້ຮັບການປະກອບສ່ວນສົມທົບທຶນຈາກຊຸມຊົນບ້ານສາມັກຄີໄຊ, ຫ້ອງການສຶຶກສາທິການ ແລະ ກິລາເມືອງ ແລະ ຫ້ອງການກະສິກໍາ – ປ່າໄມ້ເມືອງ ມູນຄ່າ 48.706.000 ກີບ, ມອບປື້ມຂຽນ 450 ຫົວ ເປັນມູນຄ່າ 2.700.000 ກີບ ໃຫ້ນ້ອງນັກຮຽນພອນສະຫວັນ ໂຮງຮຽນສີທານາໄຊ ໃນໂອກາດເຂົ້າຮ່ວມພິທີໄຂສົກຮຽນໃໝ່ ປະຈໍາສົກປີ 2022 – 2023.

ສຳລັບທິດທາງແຜນການໃນຕໍ່ໜ້າ ຈະໄດ້ສືບຕໍ່ລະດົມທຶນ ຈາກທຸກພາກສ່ວນໃນສັງຄົມ, ລົງຕິດຕາມ ແລະ ເກັບກຳຂໍ້ມູນ ໃນການຊ່ວຍເຫຼືອ ແລະ ພັດທະນາ ຂົງເຂດສຶກສາ, ສາທາ ແລະ ຂົງເຂດອື່ນໆ, ລົງມອບເຮືອນ “ ສາຍໃຈ ” ໃຫ້ພະນັກງາານບໍານານທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ຢູ່ເມືອງຄຳເກີດ, ສຶບຕໍ່ກໍ່ສ້າງ ເຮືອນສາຍໃຈ ໃຫ້ພະນັກງານບໍານານຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ໄດ້ອະນຸມັດໃຫ້ຢູ່ເມືອງວຽງທອງ, ປະກອບສ່ວນທຶນຊື້ອຸປະກອນສ້ອມແປງຫຼັງຄາ ແລະ ອາຄານ ໂຮງຮຽນປະຖົມສົມບູນປາກກະດິງເໜືອ ຈໍານວນ 7 ຫ້ອງຮຽນ, ຂະໜາດ 9×48 ແມັດ, ຊື້ອຸປະກອນກໍ່ສ້າງຫ້ອງນໍ້າ ໃຫ້ໂຮງຮຽນປະຖົມສົມບູນຫ້ວຍຄູນ ເມືອງບໍລິຄັນ ຈໍານວນ 3 ຫ້ອງ, ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດໂຄງການ ເຮັດໂຕເສົາຫຼາ ຢູ່ສວນສາທະລະນະ ທ່ານ ສີສົມພອນ ລໍວັນໄຊ ໃຫ້ສໍາເລັດຕາມກຳນົດເວລາ ແລະ ວຽກງານອື່ນໆ.

About admins14