ກອງປະຊຸມປຶກສາຫາລືແຜນຄຸ້ມຄອງ, ຕິດຕາມກວດກາສິ່ງແວດລ້ອມ ແລະ ການດໍາເນີນງານຂອງໂຄງການເຂື່ອນໄຟຟ້ານໍ້າເທິນ1

ໃນວັນທີ 7 ກັນຍາ 2022 ຢູ່ຫ້ອງວ່າການເມືອງວຽງທອງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຜ່ານແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມແລະການດໍາເນີນງານຂອງໂຄງການເຂື່ອນໄຟຟ້ານໍ້າເທິນ 1 ຢູ່ເມືອງປາກກະດິງ ແລະ ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານຂັ້ນເມືອງ ແລະ ທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ, ແຂວງ ແລະ ເມືອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມໃນໄລຍະດໍາເນີນງານຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1, ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດ – ຄໍາເຫັນຢ່າງກົງໄປກົງມາໃສ່ບົດແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ແລະ ວຽກງານປັບປຸງ, ຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການ, ຄູກັນນໍ້າ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບຜົນກະທົບໃນການສ້າງເຂື່ອນໄຟຟ້ານຳ້ເທີນ 1 ເພື່ອເຮັດໃຫ້ແຕ່ລະບັນຫາມີຄວາມຊັດເຈນຈະແຈ້ງ ແລະ ມີຄວາມເປັນເອກະພາບກັນຂອງທຸກພາກສ່ວນ ແລະ ພ້ອມກັນປະຕິບັດໃຫ້ໄດ້ຮັບຜົນສຳເລັດ.

About admins14