ພະແນກແຜນການ ແລະ ການລົງທຶນແຂວງ ມອບອຸປະກອນໄອທີໃຫ້ 7 ບ້ານຢູ່ເມືອງວຽງທອງ

ໃນວັນທີ 7 ກັນຍາ 2022 ຢູ່ຫ້ອງການແຜນການ ແລະ ການລົງທຶນ ເມືອງວຽງທອງ ແຂວງບໍລິຄຳໄຊ ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ນໍາເອົາອຸປະກອນໄອທີ ມາມອບໃຫ້ 7 ບ້ານ ຢູ່ເມືອງວຽງທອງ ໃຫ້ກຽດມອບເຄື່ອງໂດຍ ທ່ານ ສີສຸວັນ ດວງຈັນທະມາລີ ຫົວໜ້າຂະແໜງປະເມີນຜົນ, ເປັນກຽດຮັບແມ່ນ ທ່ານ ສົມພອນ ລາດຊະວົງ ຫົວໜ້າຫ້ອງວ່າການເມືອງ, ມີຄະນະບ້ານ 7 ບ້ານ, ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນໍາມາມອບຄັ້ງນີ້ມີ ຄອມພິວເຕີຕັ້ງໂຕະຈໍານວນ 7 ຊຸດ, ປີ່ນເຕີ 7 ໜ່ວຍ ລວມມູນຄ່າທັງໝົດ 124.528.250 ກີບ, ໂດຍການສະໜັບສະໜູນທຶນງົບປະມານຈາກລັດຖະບານລາຣຊະອານາຈັກລຸກຊໍາບວກ, ບ້ານເປົ້າໝາຍທີ່ໄດ້ຮັບອຸປະກອນໄອທີຄັ້ງນີ້ ມີ: ບ້ານທອງມີໄຊ, ບ້ານນາເພີນ, ບ້ານນາໂທ, ບ້ານໂພນເມືອງ, ບ້ານຜາບໍ່, ບ້ານນາຍາງ ແລະ ບ້ານວັງພຽງ.

About admins14