ເມືອງທ່າພະບາດ ປ່ອຍປາ 160.000 ໂຕ

ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ( ວັນທີ 13 ກໍລະກົດ ຂອງທຸກໆປີ ), ເພື່ອເປັນການອະນຸລັກສັດນໍ້າ-ສັດປ່າ ບໍ່ໃຫ້ດັບສູນ ສາມາດນໍາໃຊ້ໄດ້ຢ່າງຍາວນານ ແລະ ຮັກສາໄດ້ຄວາມອຸດົມສົມບູນຂອງທໍາມະຊາດຊີວະນາໆພັນ ໄວ້ເຊັ່ນລູກ-ຫຼານໃນອະນາຄົດ.

ໃນຕອນເຊົ້າວັນທີ 13 ກໍລະກົດ 2021 ຢູ່ທີ່ອ່າງເກັບນໍ້າໂຮງຮຽນ 303 ເມືອງທ່າພະບາດ ໄດ້ມີພິທີ ປ່ອຍປາ ໃຫ້ກຽດເຂົ້າຮ່ວມເປີດ ໂດຍ ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກພະນັກງານເມືອງທ່າພະບາດ, ທ່ານ ສົມຫວັງ ແກ້ວວົງວິຈິດ ຮອງພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ກອງກໍາລັງຂອງໂຮງຮຽນ 303, ຫົວໜ້າຫ້ອງການ ພ້ອມດ້ວຍ ນັກທຸລະກິດ ເຂົ້າຮ່ວມ.

ລູກປາທີ່ນໍາມາປ່ອຍຄືນສູ່ທໍາມະຊາດໃນນັ້ນ ມີ: ປາປາກ 50,000 ໂຕ, ປາກິນຫຍ້າ 60,000ໂຕ, ປາເກັດແລບ 50,000 ໂຕ ລວມທັງໝົດ 160,000 ໂຕ.

ພ້ອມນັ້ນ ພິທີກໍ່ໄດ້ມອບລູກປາ ແລະ ເບ້ຍໄມ້ກິມຊຸງໃຫ້ໂຮງຮຽນ 303 ຈໍານວນ 50,000 ໂຕ, ໂຮງຮຽນ 301 ຈໍານວນ 14,000 ໂຕ, ໂຮງຮຽນ 712 ຈໍານວນ 14,000 ໂຕ, ກອງບັນຊາການທະຫານເມືອງ 14,000 ໂຕ, ຄ້າຍທະຫານ 619 ຈໍານວນ 14,000 ໂຕ, ວັງສະຫງວນສາຍນໍ້າມັງ 14,000 ໂຕ, ວັງສະຫງວນກຸດຟ້າແມບ 14.000 ໂຕ ຈາກນັ້ນກໍ່ນໍາປາລົງໄປປ່ອຍຄືນສູ່ທໍາມະຊາດແຕ່ລະເຂດຄວາມຮັບຜິດຊອບຂອງຕົນ.

About admin11