ຄຳເກີດ ຝຶກອົບຮົມວຽກງານຈົດທະບຽນເລກທີປ້າຍເຮືອນ

 

ໃນຕອນເຊົ້າຂອງວັນທີ 16 ທັນວາ 2020 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ໄດ້ຈັດຊຸດອົບຮົມວຽກງານຈົດທະບຽນເລກທີປ້າຍເຮືອນ ທົ່ວເມືອງຄຳເກີດ ແຂວງບໍລິຄຳໄຊ ຂື້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ.

ທ່ານ ພັນໂທ ລຳເງິນ ພະບາດໄຊ ຫົວຫນ້າກອງບັນຊາການ ປກສ ເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ສະບັບເລກທີ 1254/ປກສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍທະບຽນເລກທີປ້າຍເຮືອນ ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ, ຕິດຕາມ, ກວດກາກ່ຽວກັບວຽກງານຈົດທະບຽນເລກທີປ້າຍເຮືອນໃຫ້ພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການຄຸ້ມຄອງ, ນໍາໃຊ້ເລກທີປ້າຍເຮືອນມີຄວາມຖືກຕ້ອງ ແລະ ເປັນເອກະພາບ ແນໃສປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພາະການຈົດທະບຽນເລກທີປ້າຍເຮືອນເປັນວຽກງານໜຶ່ງທີ່ສຳຄັນເຊິ່ງໄດ້ນອນຢູ່ໃນຄວາມຮັບຜິດຊອບຂອງເຫຼົ່າວິຊາສະເພາະຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນການຄຸ້ມຄອງ ແລະ ກວດກາການຄົງຕົວ, ຂະຫຍາຍຕົວ, ການຫຼຸດ ແລະ ການເພີ່ມຈຳນວນຫຼັງຄາເຮືອນຂອງບ້ານ.

ຊຸດອົບຮົມ ຍັງໄດ້ຜ່ານຄຳສັ່ງຂອງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສະບັບເລກທີ 9556/ປກສ.ຂ, ລົງວັນທີ 3 ທັນວາ 2020 ວ່າດ້ວຍການຢຸດຕິ ແລະ ລົບລ້າງການອອກທະບຽນປ້າຍເຮືອນແບບເກົ່າໃຫ້ປະຊາຊົນ, ແຈ້ງການຂອງຫົວໜ້າກອງບັນຊາການ ປກສ ແຂວງ ສະບັບເລກທີ 0694/ຫກ, ລົງວັນທີ 3 ທັນວາ 2020 ວ່າດ້ວຍການເກັບຄ່າທຳນຽມທະບຽນເລກທີ່ປ້າຍເຮືອນຂອງປະຊາຊົນທົ່ວແຂວງບໍລິຄຳໄຊ, ຂໍ້ຕົກລົງຂອງຫົວຫນ້າກອງບັນຊາການ ປກສ ເມືອງຄໍາເກີດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການອອກທະບຽນປ້າຍເຮືອນ ໃນທົ່ວເມືອງຄຳເກີດ.

ຈາກນັ້ນ ຄະນະຮັບຜິດຊອບໂຄງການອອກທະບຽນປ້າຍເຮືອນ ກໍ່ໄດ້ອະທິບາຍຮ່າງເກັບກຳສະຖິຕິປ້າຍເຮືອນເພື່ອໃຫ້ຜູ້ທີ່ລົງເຮັດວຽກຕົວຈິງໄດ້ຮູ້ ແລະ ເຂົ້າໃຈໃນການປ້ອນຂໍ້ມູນໃສ່ແບບຟອມໃຫ້ຊັດເຈນ. ແລ້ວຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໄດ້ຜັດປ່ຽນກັນປະກອບຄໍາເຫັນໃນການກຽມລົງປະຕິບັດເພື່ອໃຫ້ມີຄວາມເປັນເອກະພາບຕາມແຜນລົງເຮັດວຽກຕົວຈິງ.

ຕອນບ່າຍຂອງວັນດຽວກັນ ຜູ້ຮັບຜິດຊອບໂຄງການ ໄດ້ນໍາພາທີມງານທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ ລົງເຮັດທົດລອງປະຕິບັດຕົວຈິງ ຢູ່ທີ່ບ້ານສົມສະໜຸກ ໃນການເກັບກໍາສະຖິຕິ ການຈົດທະບຽນປ້າຍເຮືອນ ເພື່ອເປັນແບບຢ່າງຂອງການດຳເນີນງານ.

About admin11