ກອງປະຊຸມທາງໄກ ເພື່ອປຶກສາຫາລື ກ່ຽວກັບວຽກງານແນວລາວສ້າງຊາດ

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນຟີເຣັ້ນ ລະຫວ່າງສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດແຂວງ ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2021 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາປະທານ ແລະ ຄະນະແນວລາວສ້າງຊາດແຂວງທົ່ວປະເທດເຂົ້າຮ່ວມ, ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ປະທານແນວລາວສ້າງຊາດແຂວງ.

ຈຸດປະສົງຂອງກອງປະຊຸມ ກໍ່ເພື່ອປືກສາຫາລື, ປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາອົງການແນວລາວສ້າງຊາດ ແລະ ກົດລະບຽບສະໄໝທີ XI ຂອງແນວລາວສ້າງຊາດ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານ ຮ່າງລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ທີ່ໄດ້ຕີລາຄາຄືນເຖິງຜົນງານດ້ານດີ, ຜົນສໍາເລັດ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົວ່ປະເທດ ຄັ້ງທີ X ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນສະພາບພົ້ນເດັ່ນ, ຜົນແຫ່ງການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ການປຸກລະດົທປະຊາຊົນ, ຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເສີມຂະຫຍາຍສິດປະຊາທິປະໄຕປະຊາຊົນ, ຮັບຟັງຄໍາຄິດຄໍາເຫັນຂອງປະຊາຊົນ ແລະ ວຽກງານສໍາຄັນອື່ນໆ.

ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງ ການຜ່ານຮ່າງແຜນພັດທະນາອົງການແນວລາວສ້າງຊາດ ແລະ ຮ່າງກົດລະບຽບ ສະໄໝທີ XI ຂອງແນວລາວສ້າງຊາດ ທີ່ປະກອບດ້ວຍ X ໝວດ, 52 ມາດຕາ.

ຫຼັງຈາກນັ້ນ ຕາງໜ້າຄະນະກຳມະການແນວລາວສ້າງຊາດຂອງບັນດາແຂວງ ກໍ່ໄດ້ປະກອບຄໍາເຫັນ ໃສ່ຮາງບົດລາຍງານການເມືອງ, ແຜນພັດທະນາ ແລະ ຮ່າງກົດລະບຽບ ສະໄໝທີ XI ຂອງແນວລາວສ້າງຊາດ.

ສໍາລັບແຂວງບໍລິຄໍາໄຊ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ໄດ້ສະເໜີ, ປະກອບຄໍາເຫັນໃສ່ບາງເນື້ອໃນສຳຄັນ ໂດຍສະເພາະແມ່ນປັບປຸງດ້ານເນື້ອໃນຈໍານວນໜຶ່ງ, ການສັງລວມຜົນງານຂອງແຕ່ລະແຂວງ, ເນື້ອໃນບາງໝວດ, ບາງມາດຕາ ຂອງຮ່າງກົດລະບຽບ ສະໄໝທີ XI ແລະ ອື່ນໆ.

About admins14