ຫ້ອງວ່າການແຂວງ ຮັບຟັງການເຜີຍແຜ່ ເອກະສານສໍາຄັນຕ່າງໆຂອງພັກ

ໃນວັນທີ 24 ສິງຫາ 2021 ຢູ່ຫ້ອງວ່າການແຂວງ ໄດຈັດພິທີເຜີຍແຜ່ເອກະສານສໍາຄັນຕ່າງໆຂອງພັກຂຶ້ນ ໂດຍໃຫ້ກຽດເຜີຍແຜ່ເອກະສານ ໂດຍ ທ່ານ ສາຍຄໍາ ວົງຄໍາທອງ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄໍາໄຊ, ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ພ້ອມດ້ວຍພະນັກງານວິຊາການຫ້ອງວ່າການແຂວງ ເຂົ້າຮ່ວມ.

ສໍາລັບເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ມີ 2 ເອກະສານ ຄື: ຄໍາສັ່ງເລທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແມ່ນຄວາມຮັບຜິດຊອບຂອງຄະນະແຕ່ລະຂັ້ນ ພາຍໃຕ້ການຊີ້ນໍາໂດຍກົງຂອງສະຫາຍ ເລຂາພັກ ເຊິ່ງຈະຕ້ອງໄດ້ເຂົ້າໃຈ ແລະ ມີທັດສະນະທ່າທີທີ່ຖືກຕ້ອງ ເດັດດ່ຽວ ກ້າເບີ່ງບັນຫາຢ່າງຊື່ຕົງ ແລະ ແກ້ໄຂບັນຫາຢ່າງພາວະວີໃສ ໂດຍໃຊ້ມາດຕະການທີ່ເຂັ້ມງວດ ເດັດຂາດ ເພຶ່ອຕໍ່ສູ້ກັບແນວຄິດ ແບບແຜນ ກົນໄກ ວີທີການ-ການກະທໍາ ແລະ ຄວາມເຄີບຊິນອັນເກົ່າ-ແບບເກົ່າ ທີ່ເກື້ອກູນ ເຫັນແກ່ຕົນເອງ ແລະ ກຸ່ມກ້ອນພັກພວກເປັນໃຫຍ່.

ຈຸດປະສົງໃນການເຜີຍແຜ່ເອກະສານໃນຄັ້ງນີ້ ກໍ່ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມທີ່ໂດດເດັ່ນ, ເດັດດ່ຽວປັບປຸງຈຸດອ່ອນ – ຂໍ້ຄົງຄ້າງ ແລະ ສີ່ງທ້າທາຍ ທີ່ເປັນໄພອັນຕະລາຍຕໍ່ພັກ ແນ່ໃສ່ເຊີດຊູບົດບາດຄວາມສາມາດນໍາພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງຖັນແຖວສະມາຊິກພັກ, ຮັບປະກັນໃຫ້ພັກ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສາມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນໍາທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ ຮັບປະກັນເຮັດໃຫ້ການນໍາພາຂອງພັກ ຕອບຕະສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັມແຂງ ໜັກແໜ້ນ ປະຈໍາປີ 2020 ຂອງຄະນະພັກຮາກຖານຫ້ອງວ່າການແຂວງ ທີ່ມີ 4 ໜ່ວຍພັກ ຂຶ້ນກັບ ແລະ ໄດ້ຈັດພີມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ໃຫ້ກັບ 4 ໜ່ວຍພັກ ເຊີ່ງເປັນກຽດມອບໃບຢັ້ງຢືນດັ່ງກ່າວ ໂດຍ ທ່ານ ສາຍຄໍາ ວົງຄໍາທອງ ຮອງຫົວໜ້າຫ້ອງວ່າການແຂວງ.

About admins14