ກອງປະຊຸມຊຸກຍູ້ວຽກງານຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ

ວັນທີ 25 ສິງຫາ 2022 ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານຄຸ້ມຄອງຄົນຕ່າງປະເທດ ໂດຍການເປັນເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ພອນທີບ ພົມພັກດີ ຮອງຫົວໜ້າກົມຄຸ້ມຄອງຄົນຕ່າງປະເທດ ກົມໃຫ່ຍສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພັທ ສຸກສະຫວັນ ບຸບຜາພັນ ຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງສັນຕິບານ, ມີຄະນະຮັບຜິດຊອບຊຸກຍູ້ວຽກງານຄຸ້ມຄອງຄົນຕ່າງປະເທດ ກະຊວງປ້ອງກັນຄວາມສະຫົງບ, ຄະນະຫ້ອງສັນຕິບານ, ປກສ 7 ເມືອງ, ຄະນະພະແນກ ແລະ ບັນດານາຍຕໍາຫຼວດພະແນກຄຸ້ມຄອງຄົນຕ່າງປະເທດ ເຂົ້າຮ່ວມ.

ໃນທີ່ປະຊຸມ ທ່ານ ພັທ ບຸນລ້ອມ ດາລາສຸກ ຫົວໜ້າພະແນກຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນຕ່າງປະເທດ ໃນໄລຍະ 06 ຕົ້ນປີ 2022 ພະແນກຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງບໍລິຄຳໄຊ ໄດ້ລົງສົມທົບກັບບັນດາ ປກສ ເມືອງ 7 ຕົວເມືອງ ເພື່ອກວດກາເກັບກຳສະຖິຕິຄົນຕ່າງປະເທດທີ່ມາເຄື່ອນໄຫວພັກເຊົາ, ດໍາເນີນທຸລະກິດ ແລະ ກິດຈະການຕ່າງໆ ທີ່ຢູ່ພາຍໃນແຂວງ ໂດຍໃຫ້ບັນດາຫົວໜ່ວຍທຸລະກິດ ອຳນາດການປົກຄອງຂັ້ນທ້ອງຖິ່ນ ມີສວ່ນຮ່ວມໃນການຄຸ້ມຄອງ ແລະ ແກ້ໄຂຕໍ່ກັບບັນຫາຄົນຕ່າງປະເທດ.

06 ເດືອນຜ່ານມາ ມີຄົນຕ່າງປະເທດເຂົ້າມາພັກເຊົາ 1,389 ຄົນ, ຍິງ 269 ຄົນ, ມີ 31 ສັນຊາດ ສາມາດກວດກາພົບເຫັນຕໍ່ກັບການເຂົ້າມາເຄື່ອນໄຫວທີ່ລະເມີດຕໍ່ລະບຽບກົດໝາຍຂອງ ສປປ ລາວ ມີ 04 ກໍລະນີ ຄື: ລັກປະກອບອາຊີບ, ລັກລີ້ຊ່ອນ ແລະ ເຂົ້າມາຕັ້ງພູມລຳເນົາ, ລັກສ້າງຄອບຄົບກັບພົນລະເມືອງລາວ, ເຮັດວຽກບໍ່ຖືກສາຖານທີ່, ພ້ອມນັ້ນ ຍັງໄດ້ເອົາໃຈໃສ່ສືບຕໍ່ໃນການຫັນເອົາບັນດາຄົນຕ່າງປະເທດ, ຫົວໜ່ວຍທຸລະກິດ, ໂຄງການ, ໃຫ້ມີການຮ່ວມມືໃນການຄຸ້ມຄອງຄົນຕ່າງປະເທດທີ່ເຂົ້າມາອອກແຮງງານ ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງຖືກຕ້ອງ ໂດຍສະເພາະແມ່ນບັນດາໂຄງການ ທີ່ເຂົ້າມາເຄື່ອນໄຫວຢູ່ໃນແຂວງບໍລິຄຳໄຊ.

ໃນໄລຍະຜ່ານມາສາມາດອອກບັດພັກເຊົາໃຫ້ຄົນຕ່າງປະເທດໄດ້ຈໍານວນທັງໝົດ 119 ບັດ, ຍິງ 28 ບັດ, ມີ 4 ສັນຊາດ, ສັນຊາດຈີນ 61 ບັດ, ຍິງ 21 ບັດ, ສັນຊາດຫວຽດນາມ 54 ບັດ, ຍິງ 5 ບັດ, ສັນຊາດໄທ 2 ບັດ, ສັນຊາດປາກິດສະຖານ 2 ບັດ, ເກັບກໍາສະຖິຕິຄົນຕ່າງປະເທດທີ່ມາສ້າງຄອບຄົວກັບພົນລະເມືອງລາວຖືກຕ້ອງ ແລະ ບໍ່ຖືກຕ້ອງຈຳນວນ 831 ຄູ່, ມີ 17 ສັນຊາດ, ໃນນີຖືກຕ້ອງມີ 188 ຄູ່, ມີ 15 ສັນຊາດ, ບໍ່ຖືກຕ້ອງມີ 643 ຄູ່, ມີ 16 ສັນຊາດ, ໃນໄລຍະຜ່ານມາມີຄະດີເກີດຂື້ນທັງໝົດ 51 ລາຍ, ມີຜູ້ຖືກຫາ 53 ຄົນ, ມີ 6 ສັນຊາດ, ກະທຳຜິດໃນຂໍ້ຫາຄື: ລັກລີ້ຊ່ອນ ແລະ ສ້າງຄອບຄົວກັບພົນລະເມືອງລາວບໍ່ຖືກຕ້ອງ, ລັກປະກອບອາຊີບ, ລົງຂ່າວທາງສື່ອອນລາຍບໍ່ຖືກຕ້ອງ, ຈາກນັ້ນບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ພັດປ່ຽນກັນຂື້ນປະກອບຄໍາເຫັນຄຳເຫັນຢ່າງກົງໄປກົງມາໃສ່ບົດສະຫຼຸບພ້ອມທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ໃນການເຄື່ອນໄຫວເຮັດວຽກງານ ແລະ ໄດ້ຄົ້ນຄ້ວາປືກສາຫາລືປັບປຸງແກ້ໄຂ ຂໍ້ຄົງຄ້າງບາງດ້ານ ເພື່ອສືບຕໍ່ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ.

About admins14