ບໍລິສັດ ຢາສູບຫົງຖາໂຊກດີລາວ – ຈີນ ຈໍາກັດ ຊຸກຍູ້ວຽກງານກອງພັນປ້ອງກັນເຄື່ອນທີ່ 9 ລ້ານກີບ

ໃນວັນທີ 29 ສິງຫາ 2022 ບໍລິສັຢາສູບຫົງຖາໂຊກດີລາວ – ຈີນ ຈໍາກັດ ປະຈໍາແຂວງບໍລິຄໍາໄຊ ໄດ້ນໍາເອົາຄອມພິວເຕີ່ຕັ້ງໂຕະຈໍານວນ 1 ຊຸດ ມາມອບໃຫ້ເເກ່ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການປ້ອງກັນຄວາມສະຫງົບເເຂວງ ບໍລິຄໍໄຊ ຕ່າງໜ້າບໍລິສັດກ່າວມອບໂດຍທ່ານ ບຸນມີໄຊ ສີວົງຄໍາ ຫົວໜ້າໜ່ວຍງານສົ່ງເສີມການຂາຍ, ກ່າວຮັບໂດຍທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ໂດຍມີພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງບໍລິສັດ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ບຸນມີໄຊ ສີວົງຄໍາ ຫົວໜ້າໜ່ວຍງານສົ່ງເສີມການຂາຍຂອງບໍລິສັດ ຢາສູບຫົງຖາໂຊກດີລາວ – ຈີນ ຈໍາກັດປະຈໍາແຂວງບໍລິຄໍາໄຊ ໄດ້ກ່າວວ່າ ເພື່ອເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼືອວຽກງານຂອງກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງບໍລິຄໍ່ໄຊ ທີ່ເຮັດວຽກງານເພື່ອຮັບໃຊ້ປະຊາຊົນ ແລະ ຍ້ອນເຫັນໄດ້ເຖີງຄວາມໝາຍຄວາສໍາຄັນ ຄວາມຂາດເຂີນທາງດ້ານອຸປະກອນຮັບໃຊ້ພາຍໃນຫ້ອງການ ທາງບໍລິສັດຈຶ່ງໄດ້ນໍາເອົາ ຄອມພິວ ແລະ ປິນເຕີ ຈໍານວນ 01 ຊຸດ ລວມມູນຄ່າ 9.000.000 ກີບ, ມາມອບໃຫ້ກອງພັນປ້ອງກັນເຄືອນທີ່ ເພື່ອນໍາໃຊ້ເຂົ້າໃນການເຮັດໜ້າທີ່ວຽກງານໃຫ້ມີຄວາມສະດວກ ວ່ອງໄວຂຶ້ນກວ່າເກົ່າ.

ໂອກາດດັງກ່າວ ທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ກໍ່ໄດ້ສະເເດງຄວາມຂອບໃຈມາຍັງ ບໍລິສັດ ຢາສູບຫົງຖາໂຊກດີລາວ – ຈີນ ຈໍາກັດປະຈໍາແຂວງບໍລິຄໍາໄຊ ທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອເປັນເຄື່ອງຄອມພິວເຕີຈໍານວນ 1 ຊຸດ ທີ່ໄດ້ມາມອບໃຫ້ກອງພັນປ້ອງກັນເຄື່ອນທີ່ໃນຄັ້ງນີ້ ສັນຍາວ່າຈະປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະໃຫ້ເກີດຜົນປະໂຫຍດສູງສຸດ.

About admins14