ທີມງານໂຄສະນາປູກຈິດສໍານຶກຂັ້ນເມືອງ ລົງສ້າງກິດຈະກໍາໃຫ້ກັບບ້ານເປົ້າໝາຍ

ໃນວັນທີ 26 ສິງຫາ 2022 ຢູ່ທີ່ໂຮງຮຽນປະຖົມບ້ານຫຼັກ 12 ທີມງານໂຄສະນາປູກຈິດສໍານຶກຂັ້ນເມືອງ ກ່ຽວກັບເຕັກນິກໃນການສື່ສານ ແລະ ດໍາເນີນກິດຈະກໍາວຽກງານໂຄສະນາປູກຈິດສໍານຶກດ້ານການອະນຸລັກໃຫ້ແກ່ຊຸມຊົນບ້ານເປົ້າໝາຍ ນໍາທີມໂດຍ ທ່ານ ສະໝິງ ແສງພະຈັນ ຄູຝຶກມາຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ພ້ອມດ້ວຍທີມງານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຫຼັກ 12 ເຂົ້າຮ່ວມ.

ການລົງສ້າງກິດຈະກໍາໃນບ້ານເປົ້າໝາຍໃນຄັ້ງນີ້ ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ຮູ້ ແລະ ເຂົ້າໃຈ ຄວາມຮູ້ພື້ນຖານກ່ຽວກັບຊີວະນາໆພັນ, ການນໍາໃຊ້ສັດປ່າແບບຍືນຍົງ, ຄວາມຮູ້ກ່ຽວກັບການອະນຸລັກ ແລະ ຄວາມຮູ້ກ່ຽວກັບຊັບພະຍາກອນທໍາມະຊາດ.

ພ້ອມນັ້ນ ຍັງໄດ້ນໍາພາພໍ່ແມ່ປະຊາຊົນເຮັດກິດຈະກໍາຕອບຄໍາຖາມ ກ່ຽວກັບການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຜົນກະທົບຈາກທໍາມະຊາດ.

About admins14