ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ເມືອງປາກກະດິງ ຄັ້ງທີ 4 ສະໄໝທີ VII

ກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນແມ່ຍິງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຄັ້ງທີ 4 ສະໄໝທີ VII ໄດ້ຈັດຂື້ນໃນຕອນເຊົ້າວັນທີ 15 ທັນວາ 2022 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ໄຊຍະລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ທ່ານນາງ ພຽງໃຈ ມໍລະຄາສຸກ ປະທານສະຫະພັນແມ່ຍິງເມືອງ, ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ພ້ອມດ້ວຍຄະນະສະຫະພັນແມ່ຍິງ 16 ຮາກຖານ ແລະ 47 ບ້ານພາຍໃນເມືອງ ເຂົ້າຮ່ວມ.

ທ່ານນາງ ພຽງໃຈ ມໍລະຄາສຸກ ປະທານສະຫະພັນແມ່ຍິງເມືອງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນແມ່ຍິງເມືອງປາກກະດິງ ກາງສະໄໝ ຕົ້ນປີ 2020 ຫາ 6 ເດືອນຕົ້ນປີ 2022. ສະຫະພັນແມ່ຍິງເມືອງປາກກະດິງ ໄດ້ເອົາໃຈໃສ່ນຳພາຈັດຕັ້ງປະຕິບັດເຄື່ອນໃຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ພາຍໄຕ້ການນຳພາ-ຊີ້ນຳຂອງຄະນະພັກ ອົງການປົກຄອງຂັ້ນຕົນ ເປັນເຈົ້າການເຂົ້າຮ່ວມເຊື່ອມຊືມຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເອກະສານນິຕິກຳຕ່າງໆ ນຳພາຈັດຕັ້ງປະຕິບັດແຜນພັດທະນາ 5 ປີ, ມີ 5 ແຜນງານ 10 ໂຄງການ.

ສາມາດຂະຫຍາຍການຈັດຕັ້ງແມ່ຍິງໄດ້ 6 ຮາກຖານ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກແມ່ຍິງໄດ້ 900 ຄົນ, ປະຈຸບັນເມືອງປາກກະດິງ ມີແມ່ຍິງທັງໝົດ 29.765 ຄົນ, ໄດ້ເຂົ້າເປັນສະມາຊິກສະຫະພັນແມ່ຍິງ 6.008 ຄົນ ກວມ 58% ຂອງແມ່ຍິງໃນເກນອາຍຸ 15-45 ປີ.

ສ້າງບຸກຄົນ 3 ດີ ປະເພດ 1 ໄດ້ 5.785 ຄົນ ກວມ 96,28% ຂອງສະມາຊິກແມ່ຍິງ ແລະ ປະເພດ 2 ໄດ້ 223 ຄົນ ກວມ 3,85% ຂອງສະມາຊິກແມ່ຍິງ, ກວດກາຄືນບັນດາຮາກຖານ ແລະ ບ້ານ ສະຫະພັນແມ່ຍິງ 3 ດີທີ່ໄດ້ຮັບການຢັ້ງຢືນແລ້ວນັ້ນ ຍັງສາມາດຮັກສາໄດ້ຄືເກົ່າ, ສ້າງຄອບຄົວຕົວແບບໃນດ້ານຕ່າງໆໄດ້ 20 ຄອບຄົວ, ບ້ານຕົວແບບໄດ້ 5 ບ້ານ, ຮັບສະມາຊິກແມ່ຍິງເຂົ້າເປັນສະມາຊິກກອງທືນບັນເທົາທຸກໄດ້ 1.444 ຄົນ.

ໃນກອງປະຊຸມ ຍັງໄດ້ຜ່ານບົດສະຫຼຸບວຽກງານກອງທືນບັນເທົາທຸກສຳລັບສະມາຊິກແມ່ຍິງ ເຊີ່ງໄດ້ສ້າງຕັ້ງຂື້ນໃນຕົ້ນປີ 2019 ເພື່ອເຕົ້າໂຮມຄວາມສາມັກຄີພາຍໃນອົງການຈັດຕັ້ງສະຫະພັນແມ່ຍິງ ກໍ່ຄືໃຫ້ການຊ່ວຍເຫຼືອແກ່ຄອບຄົວສະມາຊິກກອງທືນບັນເທົາທຸກ ທີ່ໄດ້ເສຍຊີວິດ, ປະຈຸບັນ ມີສະມາຊິກກອງທືນທັງໝົດ 4.486 ຄົນ, ເພີ່ມຂື້ນ 884 ຄົນ. 1 ປີຜ່ານມາ ມີສະມາຊິກເສຍຊີວິດ 21 ຄົນ ແລະ ໄດ້ມອບເງິນກອງທືນບັນເທົາທຸກໃຫ້ຄອບຄົວສະມາຊິກທີ່ເສຍຊີວິດຈຳນວນ 365.190.000 ກີບ.

ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຕ່າງກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ບົດສະຫຼຸບກາງສະໄໝ ແລະ ວຽກງານກອງທືນບັນເທົາທຸກຂອງສະຫະພັນແມ່ຍິງ ແນໃສ່ໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບຜົນດີ ແລະ ມີຄວາມໂດດເດັ່ນຂື້ນເລື້ອຍໆ, ກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກແມ່ຍິງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິວຽກງານໃນໄລຍະຜ່ານມາ.

About admins16