ອ່າງຫ້ວຍສຽດ ເມືອງປາກຊັນ ຈະກາຍເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໃນອີກ 3 ປີຕໍ່ໜ້າ

ພິທີວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານສູນຮັບແຂກຜູ້ບໍລິຫານຂອງເຂດພັດທະນາ ກະສິກຳ ແລະ ການທ່ອງທ່ຽວພິເສດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ທັນວາ 2022 ຢູ່ອ່າງຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ຫຼີເຝີງ ( LIFANF ) ປະທານບໍລິສັດ ACTS ໂປຼເຈັກຈຳກັດ, ມີທ່ານຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະ ບໍລິສັດ ACTS ໂປຼເຈັກຈຳກັດ ເຂົ້າຮ່ວມ.

ໂຄງການກໍ່ສ້າງຕຶກອາຄານສູນຮັບແຂກຜູ້ບໍລິຫານຂອງເຂດພັດທະນາກະສິກຳ ແລະ ການທ່ອງທ່ຽວພິເສດ ກວມເອົາເນື້ອທີ່ 39 ເຮັກຕາ, ມູນຄ່າການລົງທຶນ ປະມານ 50 ລ້ານໂດລາສະຫະລັດ, ປະກອບມີ 6 ກິດຈະກຳ ຄື: ເຂດການຄ້າທ່ອງທ່ຽວພື້ນເມືອງລາວ, ເຂດວັດທະນະທຳຈັດງານດອງປະເພນີ, ສວນສະໜຸກຫາດຊາຍທຽມ, ບໍລິເວນໂຮງແຮມທ່ອງທ່ຽວສາກົນ, ເຂດໂຮມສະເຕສາກົນ – ຫ້ອງການບໍລິການເຂດພິເສດ ແລະ ການບໍລິການສະໜາມກ໊ອບ. ຈະໃຊ້ເວລາກໍ່ສ້າງທັງໝົດ 24 – 36 ເດືອນ, ພ້ອມນີ້ ສາມາດຮອງຮັບພະນັກງານຫ້ອງການໄດ້ປະມານ 50 ຄົນ, ທີ່ພັກ 60 ຄົນ, ຫ້ອງປະຊຸມ 200 ຄົນ, ຫ້ອງອາຫານ 1 ພັນຄົນ.

ໂຄງການດັ່ງກ່າວນີ້ ຈະກາຍເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳທີ່ຄົບວົງຈອນ ເຊິ່ງຈະໄດ້ນຳເອົາທ່າແຮງທີ່ບົ່ມຊ້ອນຂອງເຂດດັ່ງກ່າວ ອອກມາພັດທະນາດຶງດູດຄວາມສົນໃຈ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງບໍລິຄຳໄຊໃຫ້ຫຼາຍຂຶ້ນ.

ຈາກນັ້ນ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ລັ່ນຄ້ອງ 9 ບາດ ແລະ ຕັດແຖບຜ້າ ເພື່ອເປີດພິທີຢ່າງເປັນທາງການ.

About admins16