ເມືອງທ່າພະບາດ ຝຶກອົບຮົມວຽກງານເອກະສານທາງລັດຖະການ

ການຝຶກອົບຮົມວຽກງານເອກະສານທາງລັດຖະການ ແລະ ຝຶກອົບຮົມການຂຽນກໍານົດຕໍາແໜ່ງງານ ທົ່ວເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສີສຸນົນ ແກ້ວໄຊຍະວົງ ຮອງຫົວໜ້າພະແນກພາຍໃນແຂວງ, ມີຄູຝຶກມາຈາກພະແນກພາຍໃນແຂວງ ແລະ ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ກປຊ – ປກສ ຕະຫຼອດຮອດວິຊາການພາຍເມືອງ ເຂົ້າຮ່ວມ.

ໃນການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ພື້ນຖານກ່ຽວກັບຫຼັກການສ້າງເອກະສານທາງລັດຖະການ, ອົງປະກອບຂອງເອກະສານ, ຮູບແບບການຮ່າງເອກະສານປະເພດຕ່າງໆ ທີ່ນໍາໃຊ້ເຂົ້າໃນທາງລັດຖະການທົ່ວໄປ,ທັ່ງນີ້ ກໍ່ເພື່ອແນ້ໃສ່ເຮັດໃຫ້ຜູ້ຮັບຜິດຊອບວຽກງານບໍລິຫານ ຜູ້ເປັນເສນາທິການໃນການເຮັດເອກະສານທາງລັດຖະການທົ່ວເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບກັນ ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງ, ການສື່ສານດ້ານເນື້ອໃນຈະແຈ້ງຄົບຖ້ວນ ແລະ ເຂົ້າໃຈງ່າຍ.

ຜູ້ເຂົ້າຮ່ວມຝຶກອົບຮົມ ຍັງໄດ້ຮຽນຮູ້ກ່ຽວກັບການຂຽນກໍານົດຕໍາແໜ່ງງານຕ່າງໆ, ໄດ້ສະແດງໃຫ້ເຫັນ ສະພາວະຄວາມຈໍາເປັນທີ່ຕ້ອງໄດ້ມີການກໍານົດຕໍາແໜ່ງງານ, ຂັ້ນຕອນການຂຽນກຳນົດຕໍາແໜ່ງງານ, ການປະກອບເອກະສານກວດຜ່ານການວິເຄາະ ແລະ ກໍານົດຕໍາແໜ່ງງານ, ບາດກ້າວການຮັບຮອງ, ການເຊັນຢັ້ງຢືນໃບກຳນົດຕຳແໜ່ງງານຂັ້ນເມືອງ, ແຜນວາດ ການພົວພັນຂອງການກຳນົດຕຳແໜ່ງງານ, ຈຸດປະສົງເພື່ອເຮັດໃຫ້ຜູ້ທີ່ເຮັດວຽກງານດັ່ງກ່າວ ສາມາດນໍາໄປຈັດຕັ້ງປະຕິບັດ ຄັດເລືອກບັນຈຸ, ການສັບຊ້ອນໃຫ້ມີຄວາມຖືກຕ້ອງສອດຄ່ອງກັບວຽກງານຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

About admins16