ກອງປະຊຸມຄົບຄະນະບໍລິຫານງານແມ່ຍິງເມືອງ ທ່າພະບາດ ຄັ້ງທີ 4 ສະໄໝ VII

ໃນວັນທີ 29 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານແມ່ຍິງເມືອງ ຄັ້ງທີ 4 ສະໄໝທີ VII ຂຶ້ນ ເປັນປະທານໂດຍ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ແລະ ທ່ານ ນາງ ປານີ ຫຼວງນາມ ປະທານສະຫະພັນແມ່ຍິງເມືອງທ່າພະບາດ, ມີຄະນະສະຫະພັນແມ່ເມືອງ, ຫົວໜ້າຫ້ອງການ, ຮາກຖານ, ໜ່ວຍ, ຈຸ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລະລາຄາຄືນ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານ ໂດຍຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະໄດ້ປັບປຸງ ແກ້ໄຂໃນຕໍ່ໜ້າ ແລະ ວາງທິດທາງແຜນການ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ ແລະ ຮັບຮອງເອົາບົດສຳຫຼວດການນຳພາຂອງຄະນະບໍລິຫານງານ ສະຫະພັນແມ່ຍິງເມືອງ ຊຸດທີ VII ໃນໄລຍະຜ່ານມາເຊິ່ງໄດ້ລາຄາຢ່າງພາວະວິໃສ ໃນການປະຕິບັດໜ້າທີ່ຕາມພະລະບົດບາດທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍຂອງສະຫັນພັນແມ່ຍິງລາວ, ເພີ່ມທະວີໃນການຕິດຕາມກວດກາ ແລະ ຈັດຕັ້ງວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ແລະ ວຽກງານສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ໃຫ້ບັນລຸຕາມຄາດໜາຍທີ່ວາງໄວ້.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ່ 2 ສະໄໝທີ VII ສະບັບເລກທີ 370/ ສຍຂ, ລົງວັນທີ 01 ກໍລະກົດ 2022, ຮັບຟັງການເລົ່າຫວນຄືນມູນເຊື້ອວັນສ້າງຕັ້ງສະຫະແມ່ຍິງລາວ ຄົບ 67 ປີ ( ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2022 ) ທີ່ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ທີ່ອຸທິຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປັກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ ໃນການເຄື່ອນໄຫວສິດເສລີພາບ, ຄວາມສະເໜີພາບລະຫວ່າງຍິງ – ຊາຍ ທາງດ້ານການເມືອງ – ເສດຖະກິດ, ວັດທະນະທຳ – ສັງຄົມ ເທື່ອລະກ້າວ.

ໃນຕອນທ້າຍຂອງກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ 427 ໃບ, ໃບຊົມເຊີຍ 120 ໃບ ແລະ ບ້ານທີ່ໄດ້ໃບຍ້ອງຍໍ 26 ບ້ານ, 12 ຮາກຖານ, 19 ໜ່ວຍ ແລະ 1 ຈຸ.

About admins14