ວູ່ກວາງ ແລະ ຄຳເກີດ ສືບຕໍຮັດແໜ້ນຄວາມສາມັກຄີ

ໃນວັນທີ 28 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວູ່ກວາງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ເມືອງວູ່ກວາງ ແຂວງຮ່າຕິ່ງ ສສ ຫວຽດນາມ ກັບ ເມືອງຄຳເກີດ ແຂວງບໍລິຄຳໄຊ ສປປ ລາວ, ຄະນະຜູ້ແທນເມືອງວູ່ກວາງ ນໍາໂດຍ ທ່ານ ນາງ ຫງວຽນທິຮ່າເຕີນ ກຳມະການພັກແຂວງ, ເລຂາພັກເມືອງວູ່ກວາງ, ຄະນະຜູ້ແທນເມືອງຄຳເກີດ ນຳໂດຍ ທ່ານ ເພັດສະໄໝ ໄຊຍະທິຈັກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຄຳເກີດ, ມີຄະນະທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ ການນໍາທັງສອງເມືອງກໍ່ໄດ້ຜັດປ່ຽນກັນຂື້ນມີຄໍາເຫັນ ແລະ ລາຍງານໂດຍຫຍໍ້, ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຕ່າງໆ, ຈາກນັ້ນ ທ່ານ ເພັດສະໄໝ ໄຊຍະທິຈັກ ແລະ ທ່ານ ນາງ ຫງວຽນທິຮ່າເຕີນ ຕາງໜ້າໃຫ້ການນຳສອງເມືອງ ໄດ້ເຊັນບັດບັນທືກຊ່ວຍຈຳ ປະຈຳປີ 2022 ໂດຍມີຄະນະປະຈຳທັງສອງເມືອງ ເປັນສັກຂີພະຍານ.

ໃນແຜນການຮ່ວມມື ປະຈຳປີ 2023 ມີດັ່ງນີ້: ສືບຕໍ່ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນສອງຝ່າຍຢ່າງເປັນປົກກະຕິ ມີສະຕິຕື່ນຕົວເຄົາລົບປະຕິບັດລະບຽບກົດໝາຍ ຮີດຄອງປະເພນີອັນດີງາມຂອງສອງຊາດ, ການພົວພັນເຄື່ອນໄຫວໄປມາ ແລະ ດຳເນີນທຸລະກິດຢູ່ຂອບເຂດຊາຍແດນຂອງກັນ ແລະ ກັນ. ໃນກໍລະນີພົນລະເມືອງຂອງສອງຝ່າຍ ຫາກຝ່າຝືນລະບຽບກົດໝາຍ ກຳລັງເຈົ້າໜ້າ, ອຳນາດການປົກຄອງສອງເມືອງ ມີພາລະບົດບາດພົວພົນຢ່າງສະໜິດແໜ້ນເພື່ອແກ້ໄຂ ແລະ ປະກອບເອກະສານດຳເນີນຕາມກົດລະບຽບກົດໝາຍຂອງປະເທດທີ່ມີເຫດການເກີດຂື້ນ ແລະ ສົນທິສັນຍາຍຸຕິທຳ ທີ່ລັດຖະບານສອງປະເທດໄດ້ລົງນາມຮ່ວມກັນ.

ສອງຝ່າຍມີຄວາມຮັບຜິດຊອບສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດຄ້າ – ຂາຍ, ທ່ອງທ່ຽວ, ຊອກຮູ້ຕະຫຼາດ, ການລົງທຶນ ແລະ ການເຄື່ອນໄຫວເສດຖະກິດທີ່ຖືກຕ້ອງຕາມກົດໝາຍອື່ນໆ ຂອງບັນດາວິສາຫະກິດ ນິຕິບຸກຄົນຂອງແຕ່ລະເມືອງ, ຂະແໜງກະສິກຳຂອງສອງເມືອງ ໃຫ້ເພີ່ມທະວີການພົວພັນ ແລະ ປະສານສົມທົບກັນຢ່າງສະໜິດແໜ້ນ ແລກປ່ຽນບົດຮຽນໃນການຊຸກຍູ້ປະຊາຊົນຕົວແບບດ້ານການຜະລິດ.

ໃນຕອນທ້າຍພິທີ ຄະນະການນຳທັງສອງເມືອງ ໄດ້ມອບຂອງຂັວນທີ່ລະນືກ ເພື່ອເປັນການອວຍພອນເຊີ່ງກັນ ແລະ ກັນ, ທັງເປັນການຮັດແໜ້ນຄວາມສາມັກຄີແບບພິເສດຂອງ 2 ຊາດ ລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງເມືອງ, ເມືອງວູ່ກວາງ ກັບ ເມືອງຄຳເກີດ.

About admins14