ຊາວໜຸ່ມໜ່ວຍຮາກຖານ ໂຮງຮຽນການເມືອງ ແລະ ການ ປົກຄອງແຂວງ ໄດ້ຮັບນາມມະຍົດ 4 ບຸກ

ພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຊາວໜຸ່ມໜ່ວຍຮາກຖານໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ 2022 ຢູ່ຫ້ອງປະຊຸມຂອງຕົນ ເປັນທານໂດຍ ສະຫາຍ ນາງ ນັນທະນາ ອິນທະວົງ ເລຂາຄະນະຊາວໜຸ່ມໜ່ວຍຮາກຖານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເຂົ້າຮ່ວມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ວັນໄຊ ເງຍຈັນທະສອນ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ, ມີຄະນະຊາວໜຸ່ມຮາກຖານ, ສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021 ຜ່ານການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໜ່ວຍຮາກຖານໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເຫັນວ່າ ຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວວາງອອກ ເຊິ່ງສະແດງໃຫ້ເຫັນແຕ່ລະດ້ານ ດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 98,5%, ບຸກດ້ານການຈັດຕັ້ງຕີລາຄາໄດ້ 96,5%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 96,5% ແລະ ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທຳ ຕີລາຄາໄດ້ 93%.

ສໍາລັບແຜນການຄາດໝາຍສູ້ຊົນໃນຕໍ່ໜ້າ: ບຸກດ້ານແນວຄິດ ໃຫ້ໄດ້ 98,5%, ບຸກດ້ານການຈັດຕັ້ງ ໃຫ້ໄດ້ 97%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃຫ້ໄດ້ 97% ແລະ ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທຳ ໃຫ້ໄດ້ 95%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ມອບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ໃຫ້ຊາວໜຸ່ມໜ່ວຍຮາກຖານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໃຫ້ກຽດມອບໂດຍ ສະຫາຍ ວັນນະສິນ ສອນວິໄລ ແລະ ຮັບໂດຍ ສະຫາຍ ນາງ ນັນທະນາ ອິນທະວົງ.

About admins14