ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 7 ສະໄໝ ທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 7 ສະໄໝ ທີ VII ໄດ້ໄຂຂຶ້ນໃນວັນທີ 28 ເມສາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບຂອງກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 6 ສະໄໝ ທີ VII ວ່າ: ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນການເຜີຍແຜ່ ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງ ອົງຄະນະພັກແຂວງ, ມະຕິຜົນສຳເລັດກອງປະຊຸມລັດຖະບານ ຢ່າງເປັນຂະບວນກວ້າງຂວາງ.

ພົ້ນເດັ່ນ ແມ່ນສຳເລັດການຫັນເປັນແຜນງານ-ໂຄງການລະອຽດ ນອກນັ້ນ ຍັງໄດ້ພ້ອມກັນຈັດຕັ້ງພິທີໂຄສະນາ-ປາຖະກະຖາໂຄສະນາຜ່ານສື່ ກ່ຽວກັບວັນປະຫວັດສຳຄັນຂອງພັກ, ຂອງຊາດ, ຂອງແຂວງ. ການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນແກ້ໄຂບັນຫາຢາເສບຕິດ ສາມາດປະຕິບັດສຳເລັດແລ້ວ 152 ບ້ານ, ກວມເອົາ 53,52% ຂອງຈຳນວນບ້ານທົ່ວແຂວງ, ມີເປົ້າໝາຍເຂົ້າຮ່ວມ 5.036 ຄົນ, ເປົ້າໝາຍຄ້າ-ຂາຍ 205 ຄົນ, ຍິງ 143 ຄົນ, ເປົ້າໝາຍເສບ 4.812 ຄົນ, ຍິງ 138 ຄົນ, ທໍາລາຍສ່ວນຝິ່ນ 14 ສວນ ເນື້ອທີ່ 8 ເຮັກຕາ, ສ່ວນຄັນຊາ 226 ສວນ ເນື້ອທີ່ 180 ເຮັກຕາ, ມີຜູ້ຕ້ອງຫາ ແລະ ຂອງກາງໄດ້ທັງໝົດ 183 ເລື່ອງ ກັກຜູ້ຕ້ອງຫາໄດ້ 243 ຄົນ, ຍິງ 13 ຄົນ, ຢຶດຂອງກາງຢາບ້າ 2,5 ລ້ານເມັດ, ຄັນຊາແຫ້ງ 3.440 ກິໂລ, ຄັນຊາດິບ 30 ກິໂລ, ຢາໄອ 35 ກິໂລ, ຢາອີ 196 ແມັດ, ລົດໃຫຍ່ 11 ຄັນ, ລົດຈັກ 24 ຄັນ ແລະ ເຮືອທາງຍາວ 3 ລຳ.

ສາມາດບຸກທະລຸແກ້ໄຂຄອບຄົວທຸກຍາກ ໄດ້ 96,09%, ແກ້ໄຂບ້ານທຸກຍາກ ໄດ້ 91,55%, ສ້າງບ້ານພັດທະນາ ໄດ້ 79,57%, ຄອບຄົວພັດທະນາ ໄດ້ 86,19%, ການປະຕິບັດບ້ານສາທາລະນະສຸກ ແບບຢ່າງ ໄດ້ 97%, ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ແລະ ມີຜົນສຳເລັດເປັນກ້າວໆ, ພົ້ນເດັ່ນ ແມ່ນການສັກວັກຊີນ ເຂັມທີ່ 1 ໄດ້ 66,3% ແລະ ເຂັມທີ 2 ໄດ້ 56,3% ທຽບໃສ່ປະຊາກອນແຂວງ ແລະ ເຂັ້ມທີ 3 ໄດ້ 12,3%. ທົ່ວແຂວງມີ ຄອບຄົວວັດທະນະທຳທັງໝົດ 89,56% ຂອງຈຳນວນຄອບຄົວ ແລະ ບ້ານວັດທະນະທໍາ 96,47% ຂອງຈຳນວນບ້ານ ທົ່ວແຂວງ. ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ເປັນສ່ວນໜຶ່ງທີ່ເຂັ້ມແຂງ ໂດຍຄຽງຄູ່ກັບອົງການປົກຄອງແຂວງໃນການສ້າງສາພັດທະນາແຂວງບໍລິຄຳໄຊ ເຊິ່ງໄດ້ມອບເຄື່ອງໃຫ້ປະຊາຊົນເຂດຫ່າງໄກສອກຫຼີກ ແລະ ອື່ນໆ ລວມມູນຄ່າຫຼາຍກວ່າ 13 ລ້ານກວ່າກີບ, ສາມາດລະດົມທຶນຈາກການຂາຍເສື້ອປີໃໝ່ ໄດ້ທັງໝົ ດ 49 ລ້ານກີບ.

About admins16