ເມືອງບໍລິຄັນ ສໍາເລັດການແນະນຳການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມື ວິຊາຄະນິດສາດຊັ້ນປະຖົມປີທີ 4

ໃນຕອນເຊົ້າຂອງວັນທີ 25-26 ເມສາ 2022 ຢູ່ທີ່ສະໂມສອນປົກຄອງເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຝຶກອົບຮົມການແນະນຳການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມື ວິຊາຄະນິດສາດ ຊັ້ນປະຖົມປີທີ 4 ສະບັບປັບປຸງໃໝ່ໃຫ້ແກ່ຄູສອນຂັ້ນ ປ4 ທົ່ວເມືອງບໍລິຄັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນສີ ຈັນທະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງບໍລິຄັນ, ມີຕາງໜ້າຈາກກົມສ້າງຄູ, ຄູຝຶກຈາກວິທະຍາໄລສ້າງຄູດົງຄໍາຊ້າງ, ທິມງານຄູຝຶກຂັ້ນແຂວງ, ຄະນະຮັບຜິດຊອບກອງປະຊຸມ ແລະ ຄູສອນຂັ້ນ ປ4 ທັງພາກລັດ ແລະ ເອກະຊົນທົ່ວເມືອງ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນຈະໄດ້ຮຽນຮູ້ການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມື ວິຊາຄະນິດສາດ ຂັ້ນປະຖົມປີທີ 4 ສະບັບປັບປຸງໃໝ່ສໍາລັບຄູສອນຂັ້ນ ປ4 ເຊັ່ນ: ຈຳນວນ ແລະ ການຄຳນວນ, ປະລິມານ ແລະ ການວັດແທກ, ຮູບເລຂາຄະນິດ, ການພົວພັນທາງຄະນິດສາດ ໂດຍຈະເປັນເອກະພາບກັນ, ສາມາດນໍາໃຊ້ປຶ້ມຄູ່ມື ແລະ ປຶ້ມແບບຮຽນ ວິຊາວິຊາຄະນິດສາດ ເຂົ້າໃນການສອນ, ແຕ່ງບົດສອນ ແລະ ວິທີຈັດຕັ້ງປະຕິບັດໃນເວລາສິດສອນຕົວຈິງຢູ່ໃນໂຮງຮຽນ.

ເນື່ອງໃນໂອກາດກອງປະຊຸມດັ່ງກ່າວ ທ່ານ ບຸນສີ ຈັນທະວົງ ປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບກອງປະຊຸມ, ກໍ່ຄືຂັ້ນເທິງທີ່ເຫັນໄດ້ຄວາມສໍາຄັນຕໍ່ວຽກງານການສຶກສາໃນການພັດທະນາບຸກຄະລາກອນຂອງຂະແໜງການສຶກສາ ແລະ ກິລາແຂວງບໍລິຄໍາໄຊ, ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນ ແມ່ນໃຫ້ນັກສຳມະນາກອນທຸກທ່ານຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍສະເພາະການຮຽນຮູ້ການນຳໃຊ້ປຶ້ມແບບຮຽນ ແລະຄູ່ມື ວິຊາຄະນິດສາດ ຊັ້ນປະຖົມປີທີ 4 ສະບັບປັບປຸງໃໝ່ນີ້.

ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ສຳມະກອນທຸກຄົນຈົ່ງໄດ້ພ້ອມກັນນຳເອົາເນື້ອໃນຈິດໃຈກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍ ເພື່ອປະກອບເຂົ້າໃນໜ້າທີ່ວຽກງານຂອງຕົນທີ່ຮັບຜິດຊອບ ໃຫ້ມີບົດບາດອັນໃໝ່ຢ່າງມີປະສິດທິພາບດີຂື້ນເທື່ອລະກ້າວ.

About admins16