ເມືອງວຽງທອງ ຈັດກອງປະຊຸມ ຂະຫຍາຍວຽກງານວາລະແຫ່ງຊາດວຽກງານເສດຖະກິດການເງິນ

       

      ໃນວັນທີ 27 ເມສາ 2022 ທີ່ຫ້ອງປະຊຸມຊັ້ນ III ຫອ້ງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມວາລະແຫ່ງຊາດເມືອງວຽງທອງຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທາ່ນ ຄຳປະເສີດ ພັນນະວົງ ຫົວໜ້າກອງເລຂາຜັນຂະຫຍາຍວາລະແຫ່ງຊາດຂອງຂະແໜງການເງີນແຂວງ ,ທ່ານ ອາລຸນສັກ ປະທຳມະວົງ  ຮອງເຈົ້າເມືອງວຽງທອງ, ມີຫົວຫນ້າຫອ້ງການ, ຂົງເຂດເສດຖະກິດເມືອງ ພອ້ມດວ້ຍພະນັກງານການເງິນມາຈາກຂັ້ນແຂວງ, ຂັ້ນເມືອງ ເຂົ້າຮວ່ມ.

     ກອງປະຊຸມ ທ່ານ ບີ້ ສຸລິ ຫົວໜ້າຫອ້ງການການເງີນເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດກ່ຽວກັບວາລະແຫ່ງຊາດປະຈຳງວດ I ແລະ ທິດທາງແຜນການງວດ II.

ພາຍໃນເມືອງວຽງທອງ ລວມຍອດດ້ານລາຍຮັບພາຍໃນທັງໝົດ 899.053.477 ກີບ ເທົ່າກັບ 24,42% ຂອງແຜນປີ ເຊີ່ງລາຍຮັບທັງໝົດແມ່ນໄດ້ມາຈາກສ່ວຍສາອາກອນປົກກະຕິ, ທີ່ດິນ, ຄ່າຈົດທະບຽນ, ຄ່າທຳນຽມ, ຄ່າບໍລິການ ແລະ ຊັບສິນຂອງລັດ, ດ້ານລາຍຈ່າຍທັງໝົດ ປະຕິບັດໄດ້ 6.010.528.706 ກີບ ເທົ່າກັບ 23,34% ຂອງແຜນການປີ.

ກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ມີການປະກອບຄຳຄິດຄຳເຫັນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ຕິດພັນຂະແໜງການເງິນ ແລະ ການຈັດຕັ້ງງົບປະມານແຫ່ງລັດປະຈຳປີ 2022 ໃຫ້ບັນລຸຕາມລະດັບຄາດໝາຍ, ພ້ອມໄດ້ເຊັນບົດບັນທຶກການເຮັດວຽກງານຮວ່ມກັນລະຫວ່າງຄະນະວິຊາການຂັ້ນແຂວງ ກັບຄະນະວິຊາການຂັ້ນເມືອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

 

 

 

About admin11