ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານ ເມືອງ ທ່າພະບາດ ຄັ້ງທີ 4 ສະໄໝທີ VII

ໃນວັນທີ 25 ມີນາ 2022  ຢູ່ທີ ຫ້ອງປະຊຸມຫ້ອງວ່າການ ເມືອງ ທ່າພະບາດ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງ ຄັ້ງທີ່ 4 ສະໄໝທີ VII ໂດຍການເປັນປະທານຮ່ວມ ຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍທ່ານ ແສນຮັກ ແກ້ວມະນີວົງ ປະທານ ສະຫະພັນກຳມະບານເມືອງ ແລະ ການເຂົ້າຮ່ວມຂອງຫົວໜ້າຮາກຖານ, ໝ່ວຍອ້ອມຂ້າງເມືອງ ຕະຫຼອດຮອດພະນັກງານວິຊາການທີກ່ຽວຂ້ອງ.

ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາໂດຍໄດ້ຍົກໃຫ້ເຫັນເຖິງສະພາບລວມ, ບັນດາຜົນງານດ້ານຕ່າງໆ ໃນການນຳພາ-ຊີ້ນຳວຽກງານກຳມະບານພາຍໃນເມືອງ ແລະ ພ້ອມກັນນັ້ນກໍ່ໄດ້ກຳນົດທິດທາງແຜນການໃນໜຶ່ງປີຕໍ່ໜ້າ, ໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຈຳປີ 2021 ເຊິ່ງໄດ້ຍົກໃຫ້ເຫັນເຖິງລາຍຮັບ-ລາຍຈ່າຍ, ການປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນທີ່ເຈັບເປັນ ແລະ ເສຍຊິວິດ ແລະ ສຶບຕໍ່ສຶກສາອົບຮົມແນວທາງໂຍບາຍຂອງພັກ, ວາລະແຫ່ງຊາດຂອງລັດຖະບານ, ລະບຽບກົດໝາຍຂອງລັດ ຂອງກຳມະບານ.

ຂະຫຍາຍອົງການຈັດຕັ້ງກໍາມະບານ, ສະມາຊິກກຳມະບານໃຫ້ເຂັ້ມແຂງ ແລະ ຫັນລົງສູ່ຫົວໜ່ວຍແຮງງານພາກເອກະຊົນໃຫ້ໄດ້ 1 ແຫ່ງຂື້ນໄປ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ແລະ ສ້າງຂະບວນການແຂ່ງຂັນ 5 ເປັນເຈົ້າ ໃຫ້ຟົດຟື້ນຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ສູ້ຊົນສ້າງສະຫະພັນກຳມະບານເມືອງ, ຮາກຖານ – ໜ່ວຍ ອ້ອມຂ້າງເມືອງໃຫ້ເປັນສະຫະພັນກຳມະບານ 5 ເປັນເຈົ້າໃຫ້ເພີ່ມຂື້ນ.

ກອງປະຊຸມໃນຄັ້ງນີ້ຍັງໄດ້ມອບ ໃບຢັ້ງຢືນ 5 ເປັນເຈົ້າໃຫ້ 21 ຮາກຖານ, 8 ໝ່ວຍ ທີ່ມີຜົນງານດີເດັ່ນ ໃນຂະບວນການວຽກງານກຳມະບານປະຈຳປີ.

ກອງປະຊຸມຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ທ່ານ ສົມສົດ ແສງ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍມາຍັງຄະນະບໍລິຫານງານສະຫະພັນກຳມະບານເມືອງ ຕະຫຼອດຮາກຖານ, ໜ່ວຍ ສຳລັບຜົນງານທີ່ຍາດມາໄດ້ໃນ 1 ປີ ຜ່ານມາ ແລະ ທ່ານຍັງໄດ້ເນັ້ນໝັກຫຼາຍບັນຫາເປັນຕັ້ນແມ່ນເພີ່ມທະວີວຽກງານສຶກສາການອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກກຳມະບານ, ກຳມະກອນຊາວຜູ້ອອກແຮງງານ ແລະ ເອົາໃຈໃສ່ປັບປຸງ, ຂະຫຍາຍການຈັດຕັ້ງກຳມະບານໃຫ້ກ້ວາງຂວາງ ແຂງແຮງກ່ວາເກົ່າ.

 

 

About admin11