ພະແນກ ຮສສ ເປີດຂະບວນແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈຳປີ 2022

ພິທີເປີດບັ້ນແຂ່ງຂັນ ພາຍໃຕ້ຄຳຂັວນ ຮັກຊາດ ແລະ ພັດທະນາ ປະຈຳປີ 2022 ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ມີນາ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ແສງເພັດ ມູນລະໄມ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຮອງຫົວໜ້າພະແນກ, ຫົວໜ້າ – ຮອງຫົວໜ້າຂະແໜງ, ພະນັກງານວິຊາການພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 749/ຂບຊ, ລົງວັນທີ 10 ທັນວາ 2019 ວ່າດ້ວຍການກຳນົດເນື້ອໃນຂໍ້ແຂ່ງຂັນ ພາຍໃຕ້ຄຳຂວັນ ຮັກຊາດ ແລະ ພັດທະນາ ຂອງແຂວງບໍລິຄຳໄຊ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳກ່ຽວກັບວຽກງານການແຂ່ງຂັນ – ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງພະແນກ, ຂໍ້ຕົກລົງວ່າດ້ວຍການກຳນົດເນື້ອໃນຂໍ້ແຂ່ງຂັນ – ຍ້ອງຍໍ ແລະ ມາດຖານເງື່ອນໄຂການປະເມີນ ພາຍໃຕ້ຄຳຂວັນຮັກຊາດ ແລະ ພັດທະນາ ຂອງພະແນກ.

ຈາກນັ້ນ ຍັງໄດ້ຜ່ານແຜນການເຄື່ອນໄຫວ ວຽກງານແຂ່ງຂັນ – ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2022 ຂອງພະແນກ ຮຮສ ແຂວງວ່າ: ວັນທີ 22 ມັງກອນ 2022 ຫາວັນທີ 20 ມີນາ 2022 ແມ່ນໄລຍະຫ້າງຫາກະກຽມຮ່າງຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບ, ຊີ້ນຳ, ຂໍ້ຕົກລົງຮັບເອົາຫົວຂໍ້ຈັນຍາບັນ 03 ຈັນຍາບັນ ແລະເອກະສານຈຳນວນໜຶ່ງ, ວັນທີ 01-20 ມີຖຸນາ 2022 ແມ່ນໄລຍະຈັດຕັ້ງປະຕິບັດຕົວຈິງ ແລະ ແມ່ນໄລຍະ ຄະນະຮັບຜິດຊອບວຽກງານແຂ່ງຂັນ – ຍ້ອງຍໍ ຂອງພະແນກ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານແຂ່ງຂັນ ເປັນໄລຍະ, ພ້ອມທັງດຳເນີນຕີລາຄາຜົນງານຂອງບຸກຄົນ ໂດຍໃຫ້ຄະແນນ 06 ເດືອນຕໍ່ເທື່ອ ຕາມແບບຟອມ, ວັນທີ 1-25 ທັນວາ 2022 ຄະນະຮັບຜິດຊອບວຽກງານແຂ່ງຂັນ – ຍ້ອງຍໍ ສະຫຼຸບສັງລວມຜົນການປະເມີນຄັດເລືອກ ແລະ ຈັດປະເພດວຽກດີຄົນເດັ່ນ ຂອງການແຂ່ງຂັນໝົດປີ, ພ້ອມທັງສະເໜີຂັ້ນເທິງ ພິຈາລະນາຍ້ອງຍໍຕາມຄວາມເໝາະສົມໂດຍສະເໜີຍ້ອງຍໍປີລະຄັ້ງ, ວັນທີ 25-31 ທັນວາ 2022 ຄະນະຮັບຜິດຊອບວຽກງານແຂ່ງຂັນ – ຍ້ອງຍໍສືບຕໍ່ກຳນົດທິດທາງແຜນການ ແລະ ຄາດໝາຍເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2023 ແລະ ການຈັດຕັ້ງພິທີຍ້ອງຍໍ – ຊົມເຊີຍບຸກຄົນດີເດັ່ນ ປະເພດຕ່າງໆ ຈັດໃສ່ໃນໂອກາດກອງປະຊຸມສະຫຼຸບວຽກງານປະຈຳປີ ຂອງພະແນກ ຫຼື ມື້ພິທີເປີດຂະບວນການປີຕໍ່ໄປ.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ການປະເມີນຜົນການປະຕິບັດວຽກງານປະຈໍາປີ ຂອງພະນັກງານ – ລັດຖະກອນ ມີຄວາມເປັນເອກະພາບ, ຖືກຕ້ອງຊັດເຈນ, ມີການແຂ່ງຂັນຢ່າງຕັ້ງໜ້າ ແລະ ເພື່ອຫຼີກລຽງປະກົດການຫຍໍ້ທໍ້ຫາງສຽງຕ່າງໆພ້ອມທັງເປັນບ່ອນອີງ ໃນການຈັດຕັ້ງດໍາເນີນການແຂ່ງຂັນ – ຍ້ອງຍໍ ທັນຕາມກຳນົດເວລາທີ່ລະບຸໄວ້.

 

About admins14