ປກສ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ເປີດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ – ບັນຊາ

          ຕອນເຊົ້າວັນທີ 23 ມີນາ 2022 ກອງບັນຊາການ ປກສ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ – ບັນຊາ ( 2021 – 2025 ) ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ພັທ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີທ່ານ ພັນໂທ ວົງພະຈັນ ແກ້ວວິຊຽນ ຫົວໜ້າກອງບັນຊາການ ປກສ ເມືອງ ປາກກະດິງ, ມີຄະນະຈັດຕັ້ງ ເມືອງ ປາກກະດິງ, ຄະນະຮັບຜິດຊອບສ້າງແຜນກໍານົດພະນັກງານນໍາພາ – ບັນຊາ ປກສ ແຂວງ, ຄະນະກອງບັນຊາການ ປກສ ເມືອງ, ພ້ອມດ້ວຍພະນັກງານຂັ້ນນໍາພາ – ບັນຊາ ປກສ ເມືອງ ເຂົ້າຮ່ວມ.

          ກອງປະຊຸມ ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030, 032/ກມສພ ວ່າດ້ວຍການສ້າງແຜນພະນັກງານນໍາພາ – ຄຸ້ມຄອງ ແລະ ມາດຕະຖານຂອງພະນັກງານນໍາພາ – ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກເລກທີ 292/ຄຈສພ ວ່າດ້ວຍມາດຖານຂອງພະນັກງານນໍາພາ – ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ – ຄຸ້ມຄອງ, ມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 38/ຄພ ປກສ ວ່າດ້ວຍມາດຖານພະນັກງານນຳພາ – ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ.

ເຊີ່ງໄດ້ຍົກໃຫ້ເຫັນມາດຖານຜູ້ທີ່ຈະມາເປັນພະນັກງານນຳພາ – ບັນຊາ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ຢືດໜັ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ສຸມທຸກສະຕິປັນຍາ ແລະ ກຳລັງແຮງຂອງຕົນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ມີຄວາມຮູ້ພື້ນຖານກ່ຽວກັບທິດສະດີມາກ – ເລນີນ, ແນວຄິດຂອງປະທານໄກສອນ ພົມວິຫານ, ກໍາໄດ້ແຜນພັດທະນາເສດຖະກິດ – ສັງຄົມ, ມີລະດັບວິຊາສະເພາະໃດໜື່ງທີ່ແນ່ນອນ, ມີຄວາມຮູ້ທາງດ້ານກົດໝາຍ, ມີຜົນງານດີເດັ່ນ ແລະ ມີຜົນສໍາເລັດໃນຫຼາຍດ້ານ ໂດຍຜ່ານວຽກງານ ວິຊາສະເພາະຕົວຈິງ, ຢຶດຖືປະຊາທິປະໄຕ, ປະຕິບັດລະບອບຫົວໜ້າດຽວ, ມີສຸຂະພາບແຂງແຮງດີ, ມີຄວາມຮັບຜິດຊອບໃນໜ້າທີ່ການເມືອງທີ່ພັກ – ລັດມອບໝາຍໃຫ້.

ພ້ອມນັ້ນ ຍັງຍົກໃຫ້ເຫັນມາດຖານສຳລັບຜູ້ຈະເປັນເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະພັກ, ປະທານກວດກາ, ຄະນະພັກ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ ປກສ ກຸ່ມບ້ານ, ຮອງຫົວໜ້າ ປກສ ກຸ່ມບ້ານ ແລະ ຫົວໜ້າໜ່ວຍງານຂັ້ນຕ່າງໆ .

ໂອກາດດັ່ງກ່າວ ຄະນະຮັບຜິດຊອບສ້າງແຜນກໍານົດພະນັກງານນໍາພາ – ບັນຊາ ປກສ ແຂວງ ກໍ່ໄດ້ອະທິບາຍຄວາມໝາຍຄວາມສຳຄັນໃນການທາບທາມ ແລະ ອະທິບາຍຊີ້ແຈງກ່ຽວກັບການຂີດບັດທາບທາມ ເພື່ອຄັດເລືອກເອົາບຸກຄະລາກອນທີ່ຈະກໍານົດໃຫ້ເປັນພະນັກງານນໍາພາ – ບັນຊາ ໃຫ້ຖືກຕ້ອງຕາມມາດຖານເງື່ອນໄຂທີ່ກໍານົດໄວ້ຢ່າງເຂັ້ມງວດ.

ຫຼັງຈາກນັ້ນຄະນະພັກ – ຄະນະກອງບັນຊາການ ປກສ ເມືອງ, ພະນັກງານນຳພາ – ບັນຊາ ກໍ່ໄດ້ພ້ອມກັນປ່ອນບັດທາບທາມ ບຸກຄະລາກອນທີ່ຈະກຳນົດເປັນພະນັກງານນຳພາ – ຄຸ້ມຄອງຢ່າງເປັນທາງການ, ເຊິ່ງການບ່ອນບັດທາບທາມບຸກຄາລາກອນ ແມ່ນໄດ້ຈັດໃຫ້ມີການປ່ອນບັດ 03 ຮອບ ຈຶ່ງສໍາເລັດ.

 

 

About admin11