ກອງປະຊຸມຄົບຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ

ກອງປະຊຸມຄົບຄະນະ ຂອງຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 04 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ, ເປັນກຽດເຂົ້າເປັນປະທານຂອງທ່ານ ໃສຄຳ ທອງລັດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ນາງ ມາລິສາ ອາໄພລາດ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ – ປກສ ສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະກຳມະການຍຸຕິທຳ ແລະ ປກຊ – ປກສ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ຄະນະກໍາມະການຍຸຕິທໍາ ແລະ ປກຊ – ປກສ ແມ່ນ 1 ໃນ 3 ຄະນະກໍາມະການ ຂອງສະພາປະຊາຊົນແຂວງ ເຊິ່ງມີພາລະບົດບາດ, ສິດ ແລະ ໜ້າທີ່ເປັນເສນາທິການໃຫ້ຄະນະປະຈຳສະພາປະຊາຊົນແຂວງ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດ ລັດຖະທຳມະນູນ, ກົດໝາຍ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ, ມະຕິສະພາປະຊາຊົນແຂວງ ໃນການຈັດຕັ້ງເຄື່ອນໄຫວວຽກງານ ຂອງອົງການສຶບສວນ – ສອບສວນ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ ແລະ ສະຫະພັນນັກຮົບເກົ່າແຂວງ.

     ໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດພະນັກງານ ລັດຖະກອນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາ ແລະ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ດ້ວຍການຈັດຕັ້ງເຊື່ອມຊຶມບັນດາມະຕິ ແລະ ເອກະສານສຳຄັນຕ່າງໆ, ຕິດຕາມກວດກາ ໂດຍຜ່ານການຄົ້ນຄວ້າຄໍາຮ້ອງທຸກ, ຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນ ຄື: ຮ້ອງທຸກຂອງປະຊາຊົນ ຄ້າງມາ 1 ເລື່ອງ, ຮັບໃໝ່ 29 ເລື່ອງ, ໃນນີ້ ເປັນຄຳສະເໜີ 20 ເລື່ອງ ໄດ້ຮັບຈາກສະພາແຫ່ງຊາດ 1 ເລື່ອງ: ຄຳຮ້ອງຂໍຄວາມເປັນທຳ 10 ເລື່ອງ, ຄົ້ນຄວ້າສຳເລັດ 28 ເລື່ອງ ມີຄຳສະເໜີຂໍຄວາມເປັນທຳ 20 ເລື່ອງ, ຄຳຮ້ອງຂໍຄວາມເປັນທຳ 8 ເລື່ອງ: ຄົ້ນຄວ້າພາຍໃນຄະນະກໍາມະການຍຸຕິທໍາ ແລະ ປກຊ – ປກສ ຈຳນວນ 9 ເລື່ອງ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາ 19 ເລື່ອງ, ໃນນີ້ ໄດ້ຮັບບົດລາຍງານການແກ້ໄຂພິຈາລະນາຈາກພາກສ່ວນກ່ຽວຂ້ອງ 4 ເລື່ອງ, ກຳລັງຄົ້ນຄວ້າ 2 ເລື່ອງ ບັນຫາທີ່ພົ້ນເດັ່ນ ແມ່ນ ຂໍ້ຂັດແຍ່ງທີ່ດິນ ແລະ ບໍ່ພໍໃຈຕໍ່ການຈັດຕັ້ງປະຕິບັດຄໍາຕັດຂອງສານທີ່ໃຊ້ໄດ້ເດັດຂາດແລ້ວ.

ໃຫ້ຄຳປຶກສາທາງດ້ານກົດໝາຍໃຫ້ປະຊາຊົນຈຳນວນ 17 ຄັ້ງ, 29 ເທື່ອຄົນ, ຍິງ 12 ຄົນ, ລົງເກັບກຳຂໍ້ມູນ ກ່ຽວກັບຄຳຮ້ອງທຸກຂອງປະຊາຊົນ 2 ຄັ້ງ, ມີ 2 ເລື່ອງ, ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການພິຈາລະນາແກ້ໄຂຄຳຮ້ອງທຸກ ແລະ ການຈັດຕັ້ງປະຕິບັດຄໍາຕັດສິນຄະດີທີ່ພົບຄວາມຫຍຸ້ງຍາກ ທີ່ພະແນກຍຸຕິທໍາແຂວງ ແລະ ພະແນກການກ່ຽວຂ້ອງຈັດຂຶ້ນ 4 ຄັ້ງ ມີ 4 ເລື່ອງ.

About admins16