ການບໍລິການເອກະສານຜ່ານປະຕູດຽວຂອງແຂວງບໍລິຄຳໄຊ ບັນລຸ 5.160 ສະບັບ

ກອງປະຊຸມສະຫຼຸບວຽກງານຫ້ອງການ ບໍລິການເອກະສານຜ່ານປະຕູດຽວ ແຂວງບໍລິຄຳໄຊ ປະຈຳປີ 2021 ແລະ ທິດທາງແຜນການ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ສົມໃຈ ແກ້ວສຸວັນ ຮອງຫົວໜ້າຫ້ອງວ່າການແຂວງ, ມີຮອງຫົວໜ້າຈາກພະແນກການ, ຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ພະນັກງານພາຍໃນຫ້ອງການ ເຂົ້າຮ່ວມ.

ທ່ານ ພູລຳພັນ ທ່ຽງລະໄມ ຫົວໜ້າຫ້ອງການ ບໍລິການເອກະສານຜ່ານປະຕູດຽວ ແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ ວ່າ: ຫ້ອງການບໍລິການເອກະສານຜ່ານປະຕູດຽວແຂວງ ໄດ້ເລີ່ມເປີດໃຫ້ບໍລິການແຕ່ວັນທີ 5 ມັງກອນ 2021 ເປັນຕົ້ນມາ ເຊິ່ງໃນເບື້ອງຕົ້ນມີພະນັກງານທັງໝົດ 26 ຄົນ, ຍິງ 15 ຄົນ, ຜ່ານການປະຕິບັດວຽກງານຕົວຈິງໄດ້ມີການສັບປ່ຽນໝູນວຽນກັນມາປະຈຳການຂອງພະນັກງານບາງຂະແໜງການ, ເພື່ອໃຫ້ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ພະນັກງານບໍລິຫານຫ້ອງການ, ມາຮອດປັດຈຸບັນ ມີພະນັກງານທັງໝົດ 28 ຄົນ, ຍິງ 17 ຄົນ, ທີ່ມາຈາກ 12 ພາກສ່ວນຂອງແຂວງ, ມີ 2 ໜ່ວຍງານ10 ປ່ອງບໍລິການ, ມີຄະນະຫ້ອງການ 3 ທ່ານ, ພະນັກງານບໍລິຫານ 3 ທ່ານ, ຍິງ 3 ທ່ານ.

ຮອດປະຈຸບັນ ຫ້ອງການບໍລິການເອກະສານໄດ້ຮັບເອກະສານທັງໝົດ 5.160 ສະບັບ ໃນນັ້ນ ຫຼາຍກວ່າໝູ່ແມ່ນ ເອກະສານກ່ຽວກັບທີ່ດິນ 3.143 ສະບັບ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ 547 ສະບັບ, ພະແນກແຜນການ ແລະ ການລົງທຶນແຂວງ 380 ສະບັບ, ສາມາດເກັບຄ່າທຳນຽມໄດ້ 1.721.063.318 ກີບ, ເກັບຄ່າບໍລິການໄດ້ 432.748.000 ກີບ ລວມລາຍຮັບທັງໝົດ 2.153.811.318 ກີບ.

ສຳລັບທິດທາງແຜນການປີ 2022 ມີສະຕິເຝົ້າລະວັງ, ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ໃນຫ້ອງການ, ປະສານ ແລະ ຊຸກຍູ້ ຜູ້ພັດທະນາໂປຼແກມ ໃນການປັບປຸງພັດທະນາລະບົບໄອທີ ເປັນຕົ້ນ ການປັບປຸງການດາວໂຫຼດແບບພິມ, ຮ່າງເອກະສານຕ່າງໆ ຜ່ານລະບົບ address WWW.OSS-BLX.la, ປັບປຸງໜ້າຕ່າງຂອງໂປຼແກຼມໃຫ້ເຫັນລາຍການ ຄ່າທຳນຽມ-ຄ່າບໍລິການ ທີ່ໃຫ້ບໍລິການຢູ່ໃນລະບົບ ຫຼື ສະແດງລາຍການ ຄ່າທຳນຽມ-ຄ່າບໍລິການ ຜ່ານທາງເວັບໄຊ ຫລື ສະໄລ້ຜ່ານຈໍພາບ ( ຕາມຄໍາແນະນຳຂອງ ອົງການກວດກາລັດ), ສູ້ຊົນປະສານສົມທົບກັບພະແນກການຕ່າງໆຂອງແຂວງເພື່ອນຳເອົາເອກະສານທີ່ມີການເກັບຄ່າທໍານຽມ-ຄ່າ ບໍລິການ ແລະ ສາມາດນໍາເຂົ້າສູ່ລະບົບໂປແກມ ຈຳນວນ 23 ລາຍການໃຫ້ຄົບຖ້ວນຕາມແຜນຂອງໂຄງການຄື 150 ເອກະສານ, ຊຸກຍູ້ການປະຕິບັດໜ້າທີ່ວິຊາສະເພາະຂອງ 10 ປ່ອງບໍລິການ ໃຫ້ມີຄວາມວ່ອງໄວ ແລະ ປະສິດທິພາບສູງຂື້ນເລື້ອຍໆ.

About admins16