ນ້ຳເທີນ 1 ກະກຽມການຄຸ້ມຄອງແຫຼ່ງນ້ຳ ແລະ ຊີວະນາໆພັນ

ກອງປະຊຸມວາງແຜນການຄຸ້ມຄອງແຫຼ່ງນ້ຳ ແລະ ຊີວະນາໆພັນ ຂອງບໍລິສັດໄຟຟ້ານ້ຳເທີນ 1 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 05 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ມີຄະນະກະຊວງກະສິກຳ ແລະ ປ່າໄມ້, ພະແນກການກ່ຽວຂ້ອງຂັ້ນແຂວງ, ເມືອງວຽງທອງ ແລະ ພະນັກງານບໍລິສັດເຂົ້າຮ່ວມ.

ແຜນການຄຸ້ມຄອງແຫຼ່ງນ້ຳ ເປັນແຜນຍຸດທະສາດ ໃນໄລຍະເວລາສຳປະທານ 27 ປີຂອງ ເຂື່ອນໄຟຟ້າ ນ້ຳເທີນ 1 ( NT1 ) ຂອບເຂດທາງກາຍະພາບຄືພື້ນທີ່ພາຍໃນເມືອງວຽງທອງ ໂດຍຈະມີ 4 ເປົ້າໝາຍ ຄື: ການປົກປັກຮັກສາແຫຼ່ງນໍ້າ ຄຸ້ມຄອງສິ່ງເສດເຫລືອໃນຂັ້ນບ້ານ ແລະ ເມືອງ ເພື່ອປົກປັກຮັກສາທິດທາງນໍ້າ, ແຜນການຄຸ້ມຄອງ ແລະ ນໍາໃຊ້ດິນ ການກວດກາຕິດຕາມການນໍາໃຊ້ທີ່ດິນ, ການປູກພືດແຄມນໍ້າ ໃນເຂດທີ່ມີຄວາມສ່ຽງເກີດການເຊາະເຈື່ອນ ແລະ ຕົກຕະກອນ, ນຳໃຊ້ເຄື່ອງປ່າຂອງດົງ ( ເພື່ອການຄ້າ ແລະ ລ້ຽງຊີບ) ໂດຍຊຸມຊົນ, ການຄຸ້ມຄອງສິ່ງເສດເຫລືອ ແລະ ການກວດກາຕິດຕາມການຕົກຕະກອນ ຂອງອ່າງເກັບນຳ, ເປົ້າໝາຍການປົກປັກຮັກສາຊີວະນາໆພັນ ເພື່ອຫຼຸດຜ່ອນຜົນກະທົບຂອງອ່າງເກັບນໍ້າຕໍ່ຄວາມຫລາກຫລາຍທາງຊີວະນາໆພັນ ລວມທັງຊະນິດພັນປາສະເພາະຖິ່ນ ແລະ ໃກ້ຈະສູນພັນ.

ການສະໜັບສະໜູນການພັດທະນາຊີວິດການເປັນຢູ່ ຈັດລໍາດັບຄວາມສໍາຄັນ ແລະ ປັບປຸງປະສິດທິພາບ ການນໍາໃຊ້ທີ່ດິນທີ່ມີຜົນກະທົບໜ້ອຍທີ່ສຸດຕໍ່ຄຸນຄ່າແຫຼ່ງນໍ້າ, ປັບປຸງການສະໜອງສະບຽງອາຫານ ແລະ ລາຍຮັບ ຂອງຊາວບ້ານຈາກກະສິກຳ, ການປະມົງ, ຫັດຖະກໍາ ທີ່ອີງໃສ່ເຄື່ອງປ່າຂອງດົງ ແລະ ການທ່ອງທ່ຽວ ຕາມຄວາມເໝາະສົມ ແລະ ເປົ້າໝາຍສະໜັບສະໜູນການພັດທະນາການທ່ອງທ່ຽວ ທີ່ມີທ່າແຮງຂອງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວໃຫ້ດີຂຶ້ນ.

ພ້ອມນີ້ ກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລື ໃນການວາງແຜນໃນແຕ່ລະເປົ້າໝາຍ ເພື່ອຮັບປະກັນໃຫ້ການຄຸ້ມຄອງແຫຼ່ງນ້ຳ ແລະ ຊີວະນາໆພັນ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

About admins16