ກອງບັນຊາການ ປກສ ເມືອງປາກຊັນ ເປີດກອງປະຊຸມສ້າງແຜນ ກຳນົດພະນັກງານນຳພາ – ບັນຊາ ປີ 2021 – 2025

        ໃນວັນທີ 10 ມີນາ 2022 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສ້າງແຜນກຳນົດພະນັກງານນໍາພາ – ບັນຊາ ຂອງກອງບັນຊາການ ປກສ ເມືອງປາກຊັນ ປະຈຳປີ 2021 – 2025, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ຄຳແພງ ນຳພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະກອງບັນຊາການ ປກສ ເມືອງ, ພະນັກງານນຳພາ-ບັນຊາ, ສະມາຊິກພັກທົ່ວກອງບັນຊາການ ປກສ ເມືອງປາກຊັນ ເຂົ້າຮ່ວມ.

 ກອງປະຊຸມ ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ່ 032/ກມສພ, ລົງວັນທີ່ 03 ມັງກອນ 2018 ວ່າດ້ວຍມາດຖານພະນັກງານນຳພາ – ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານ, ມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ່ 38/ຄພ ປກສ ລົງວັນທີ່ 02 ພະຈີກ 2018 ວ່າດ້ວຍມາດຖານພະນັກງານນຳພາ-ຄຸ້ມຄອງ ໃນກຳລັງປ້ອງກັນຄວາມສະຫງົບ, ເຊີ່ງໄດ້ຍົກໃຫ້ເຫັນມາດຖານຜູ້ທີ່ຈະມາເປັນພະນັກງານນຳພາ – ຄຸ້ມຄອງ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ຢືດໜັ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີຫຼັກໝັ້ນ, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ສຸມສະຕິກຳລັງຂອງຕົນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ມີຄວາມຮູ້ພື້ນຖານກ່ຽວກັບທິດສະດີມາກ – ເລນີນ ແນວຄິດໄກສອນ ພົມວິຫານ, ກຳໄດ້ແຜນພັດທະນາເສດຖະກິດ – ສັງຄົມ ມີລະດັບວິຊາສະເພາະໃດໜື່ງ ທີ່ແນ່ນອນ, ມີຄວາມຮູ້ທາງດ້ານກົດໝາຍ, ມີຜົນງານດີເດັ່ນ ໂດຍຜ່ານວຽກງານວິຊາສະເພາະຕົວຈິງ, ຍຶດຖືປະຊາທິປະໄຕ, ປະຕິບັດລະບອບຫົວໜ້າດຽວ, ມີສຸຂະພາບແຂງແຮງດີ, ມີຄວາມຮັບຜິດຊອບໃນໜ້າທີ່ການເມືອງຢ່າງໜັກແໜ້ນທີ່ພັກ-ລັດມອບໝາຍ, ມີຜົນງານ ແລະ ຜົນສໍາເລັດໃນຫຼາຍດ້ານ, ພ້ອມນັ້ນຍັງຍົກໃຫ້ເຫັນມາດຖານສຳລັບຜູ້ຈະມາເປັນເລຂາຄະນະບໍລິຫານພັກ, ຮອງເລຂາຄະນະພັກ, ປະທານກວດກາ, ຄະນະພັກ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າກຸ່ມບ້ານ, ຮອງຫົວໜ້າກຸ່ມບ້ານ ແລະ ຫົວໜ້າໜ່ວຍງານຂັ້ນຕ່າງໆ.

     ໂອກາດດັ່ງກ່າວ ຄະນະຮັບຜິດຊອບຊຸກຍູ້ກອງປະຊຸມ ກໍ່ໄດ້ອະທິບາຍຄວາມໝາຍຄວາມສຳຄັນຂອງການທາບທາມ ແລະ ອະທິບາຍຊີ້ແຈງກ່ຽວກັບການຂີດບັດທາບທາມ, ຫຼັງຈາກນັ້ນ ຄະນະພັກ – ຄະນະກອງ, ພະນັກງານຊີ້ນຳ – ນຳພາ, ພະນັກງານ – ນັກຮົບກໍ່ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ທີ່ຈະກຳນົດເປັນພະນັກງານນຳພາ – ຄຸ້ມຄອງ, ສຳລັບການທາບທາມບຸກຄາລາກອນ ສ້າງແຜນກຳນົດພະນັກງານນຳພາ – ບັນຊາຂອງກອງບັນຊາການ ປກສ ເມືອງປາກຊັນ ໄລຍະປີ 2021-2025 ແມ່ນໄດ້ແບ່ງອອກເປັນ 03 ຮອບຈື່ງສໍາເລັດ.

 

 

 

About admin11