ກອງປະຊຸມ ຊີ້ແຈງວັນສັກວັກຊິນກັນພະຍາດແຫ່ງຊາດ ກັນພະຍາດໂຄວິດ – 19

ຕອນເຊົ້າຂອງວັນທີ 14 ມີນາ 2022 ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຊີ້ແຈງວັນສັກວັກຊິນກັນພະຍາດແຫ່ງຊາດ ( ວສຊ ) ກັນພະຍາດໂຄວິດ – 19 ໂດຍການເປັນປະທານຂອງທ່ານ ດຣ ອຳພອນ ພົມມະສານ ຫົວຫນ້າຫ້ອງການສາທາລະນະສຸກເມືອງ ຄໍາເກີດ, ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ, ມີເລຂາພັກບ້ານ 8 ກຸ່ມບ້ານພາຍໃນເມືອງ ແລະ ນາຍບ້ານເທດສະບານ, ຕາງໜ້າໂຮງຮຽນ ແລະ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນ. ທໍາມະຊາດ ໄຊຊະນະ ຜູ້ຊີ້ນໍາວຽກງານສັກຢາ ຫ້ອງການສາທາເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການໃຫ້ວັກຊີນຜ່ານມາ ແລະ ແຜນການເຄື່ອນໄຫວຕໍ່ໜ້າ, ທ່ານໃຫ້ຮູ້ວ່າ: ອັດຕາການສັກຢາກັນພະຍາດໂຄວິດ – 19 ມາຮອດປະຈຸບັນ ຈໍານວນທີ່ໄດ້ຮັບຄົບຕາມໂດຣ ທີ່ກໍານົດ 37.705 ໂດຣ ຄິດໄລ່ເປັນເປີເຊັນໄດ້ 52,18%, ຈໍານວນໄດ້ຮັບຢາພຽງໂດຣດຽວມີ 43.573 ຄົນ ເທົ່າກັບ 60,31 %, ຈໍານວນສັກເຂັມ 1 ແລ້ວບໍ່ມາສັກເຂັມ 2 ມີ 5.868 ຄົນ, ໃນນັ້ນ ຂາດບໍ່ມາສັກເຂັມ 2 ວັກຊີນຊີໂນຟາມ 2.989 ຄົນ ແລະ ຂາດບໍ່ມາສັກເຂັມ 2 ແອັດຕ່າຊີນີກ່າມີ 2.879 ຄົນ, ເປົ້າໝາຍໃນການເກັບກໍາຕົວຈິງມີ 10 ໂຮງໝໍນ້ອຍ, 1 ໂຮງໝໍຊຸມຊົນເມືອງ ແລະ 1 ເທດສະບານ ລວມເປົ້າໝາຍທັງໝົດ 71.983 ຄົນ, ເປົ້າໝາຍອາຍຸ 6-11 ປີ 10.062 ຄົນ, ອາຍຸ 12-17 ປີ 9.150 ຄົນ ແລະ ລວມເປົ້າໝາຍ 18 ປີຂຶ້ນໄປ ມີ 52.771 ຄົນ.

ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງ, ເລຂາພັກບ້ານ – ເຂດ, ຄະນະຮັກສາສຸຂະພາບຂັ້ນເມືອງ – ບ້ານ ໃຫ້ເພີ່ມທະວີວຽກງານສຶກສາອົບຮົມແນວຄິດ ໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ເຂົ້າເຈົ້າໄດ້ຮູ້ຜົນຮ້າຍຂອງພະຍາດໂຄວິດ – 19 ຄຽງຄູ່ກັບການສັກວັກຊີນ ໃນກຸ່ມເປົ້າໝາຍໃຫ້ຄົບທັງເຂັມ 1,2 ແລະ ເຂັມ 3 ຕາມແຜນການທີ່ທາງຫ້ອງການສາທາລະນະສຸກຂອງເມືອງໄດ້ກໍານົດ, ພ້ອມນັ້ນ ໃຫ້ສົມທົບຄະນະຮັກສາສຸຂະພາບຂັ້ນບ້ານ ຕະຫຼອດຮອດນາຍບ້ານ ເປັນເຈົ້າການໂຄສະນາ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງໃນການຮັບວັກຊີນປ້ອງກັນພະຍາດໂຄວິດ – 19.

 

About admin11