ເມືອງ ວຽງທອງ ປາຖະກະຖາ 3 ວັນປະຫວັດສາດ

   ໃນວັນທີ 11 ມີນາ 2022 ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເລົ່າຄືນ ມູນເຊື້ອ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 38 ປີ (06 ມີນາ 1984 – 06 ມີນາ 2022 ), ວັນຄຽດແຄ້ນຂອງປະຊາຊົນລາວຄົບຮອບ 76 ປີ ( 21 ມີນາ 1946 – 21 ມີນາ 2022 )  ແລະ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 67 ປີ ( 22 ມີນາ 1955 – 22 ມີນາ 2022 ) ໂດຍເປັນກຽດເຂົ້າຮ່ວມ ແລະ ເລົ່າຄືນຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ,  ພະນັກງານຫຼັກແຫຼ່ງ, ຄະນະບ້ານອອ້ມຂ້າງເມືອງ ເຂົ້າຮ່ວມ.

        ທ່ານ ຄໍາມອນ ໄຊພົມມີ ໄດ້ຍົກໃຫ້ຮູ້ປະຫວັດຄວາມເປັນມາຂອງ 3 ວັນ ດັ່ງກ່າວທີ່ມີຄວາມໝາຍຄວາມສຳຄັນໃນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ມັນແມ່ນປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານຂອງຊາດລາວເຮົາ, ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ,​ ນັບແຕ່ມື້ມີພັກນຳພາ ກໍ່ເຮັດໃຫ້ການຕໍ່ສູ້ໄດ້ຮັບໄຊຊະນະ ຈົນສາມາດປົດປ່ອຍປະເທດຊາດ ປະກາດເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ເຊີ່ງເປັນວັນທີ່ປະຊາຊົນບັນດາເຜົ່າໄດ້ມີອິດສະຫຼະພາບ,​ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈີງ, ມີອຳນາດອະທິປະໄຕອັນຄົບຖ້ວນ.

ສະເພາະແຂວງບໍລິຄຳໄຊ ໄດ້ພ້ອມກັນປົກປັກຮັກສາ ແລະ ພັດທະນາແຂວງໃຫ້ເຕີບໃຫ່ຍເຂັ້ມແຂງຂື້ນແຕ່ລະໄລຍະ ເຊີ່ງໄດ້ສະແດງເຖີ່ງຜົນງານການນຳພາຂອງອົງຄະນະພັກແຂວງແຕ່ລະສະໄໝສ້າງສາພັດທະນາ ແຂວງ ບໍລິຄຳໄຊ ໄປຕາມແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ເຮັດໃຫ້ແຂວງນັບມື້ມີການເຕີບໂຕ ແລະ ເຂັ້ມແຂງຂື້ນທຸກດ້ານ,.

ການເລົ່າຄືນມູນເຊື້ອຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານຮັບຮູ້ເຂົ້າໃຈ ເຖີງປະຫວັດສາດຄວາມເປັນມາຂອງພັກ – ຂອງຊາດ ເພື່ອຮຳ່ຮຽນເອົາເປັນມູນເຊື້ອ ຂອງບັນພະບູລຸດ ແລະ ຜູ້ນຳທີ່ແສນເຄົາລົບຮັກຂອງລາວ ໄດ້ສ້າງເປັນແວ່ນແຍງໄວ້.

About admin11