ກອງບັນຊາການ ປກສ ເມືອງບໍລິຄັນ ເປີດກອງປະຊຸມສ້າງແຜນ ກຳນົດການນຳພາ – ຄຸ້ມຄອງ

        ວັນທີ 23 ກຸມພາ 2022 ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສ້າງແຜນກຳນົດພະນັກງານ – ນຳພາຄຸ້ມຄອງ ຂອງກອງບັນຊາການ ປກສ ເມືອງບໍລິຄັນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສີຄຳ ໄຊຍະວົງ ຄະນະປະຈຳພັກເມືອງ, ມີທ່ານ ພັອ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ມີຄະນະຮັບຜິດຊອບຂັ້ນແຂງ, ຂັ້ນເມືອງ, ມີຄະນະກອງບັນຊາການ ປກສ ເມືອງ ພະນັກງານການນຳພາ – ຄຸ້ມຄອງທົ່ວກອງບັນຊາການ ປກສ ເມືອງບໍລິຄັນ ເຂົ້າຮ່ວມ.

        ກອງປະຊຸມ ໄດ້ຜ່ານມະຕິກົມການເມືອງສູນກາງພັກ ເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຖານພະນັກງານນຳພາ – ຄຸ້ມຄອງ, ມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 38/ຄພ ປກສ ລົງວັນທີ 02 ພະຈິກ 202018 ວ່າດ້ວຍມາດຖານພະນັກງານນຳພາ – ຄຸ້ມຄອງ ໃນກຳລັງປ້ອງກັນຄວາມສະຫງົບ, ເຊີ່ງໄດ້ຍົກໃຫ້ເຫັນມາດຖານຜູ້ທີ່ຈະມາເປັນພະນັກງານນຳພາ – ຄຸ້ມຄອງ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ຢືດໜັ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນ, ມີຫຼັກໝັ້ນ, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດຂໍ້ກຳນົດກົດລະບຽບພັກ, ກົດໝາຍຂອງລັດ, ເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ສຸມສະຕິກຳລັງຂອງຕົນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ມີຄວາມຮູ້ພື້ນຖານກ່ຽວກັບທິດສະດີມາກ – ເລນີນ ແນວຄິດຂອງປະທ່ານໄກສອນພົມວິຫານ, ກຳໄດ້ແຜນພັດທະນາເສດຖະກິດ – ສັງຄົມ, ມີລະດັບວິຊາສະເພາະໃດໜຶ່ງທີ່ແນ່ນອນ, ມີຄວາມຮູ້ທາງດ້ານກົດໝາຍ, ມີຜົນງານດີເດັ່ນ ໂດຍຜ່ານພຶດຕິກຳຕົວຈີງຂອງວຽກງານວິຊາສະເພາະ, ຢຶດຖືຫລັກການລວມສູນປະຊາທິປະໄຕ, ປະຕິບັດລະບອບຫົວໜ້າດຽວ ແລະ ມີສຸຂະພາບແຂງແຮງ.

ພ້ອມນັ້ນ ຍັງຍົກໃຫ້ເຫັນມາດຖານສຳລັບຜູ້ຈະມາເປັນເລຂາຄະນະບໍລິຫານພັກ, ຮອງເລຂາຄະນະພັກ, ປະທານກວດກາ, ຄະນະພັກ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າກຸ່ມບ້ານ, ຮອງຫົວໜ້າກຸມບ້ານ ແລະ ຫົວໜ້າການນຳພາຂັ້ນຕ່າງໆ.

        ໂອກາດດັ່ງກ່າວ ຄະນະຮັບຜິດຊອບກອງປະຊຸມກໍ່ໄດ້ອະທິບາຍຄວາມໝາຍຄວາມສຳຄັນຂອງການທາບທາມ ແລະ ອະທິບາຍຊີ້ແຈງກ່ຽວກັບການຂີດບັດທາບທາມ, ຫຼັງຈາກນັ້ນຄະນະພັກ – ຄະນະກອງ, ພະນັກງານຊີ້ນຳ – ນຳພາ ພະນັກງານ – ນັກຮົບກໍ່ໄດ້ພ້ອມກັນປ່ອນບັດທາບທາມ ໂດຍແຜນທາບທາມກຳນົດພະນັກງານນຳພາ – ບັນຊາຂອງກອງບັນຊາການ ປກສ ເມືອງບໍລິຄັນໄລຍະປີ 2021-2025 ແມ່ນໄດ້ແບ່ງອອກເປັນ ສາມຮອບຈື່ງສຳເລັດ.

 

 

About admin11