ກອງບັນຊາການ ປກສ ເມືອງບໍລິຄັນ ຜັນຂະຫຍາຍ ວາລະແຫ່ງຊາດໃນການແກ້ໄຂ ແລະ ສະກັດກັ້ນຕ້ານການແຜ່ລະບາດຂອງຢາເສບຕິດ

ວັນທີ 24 ກຸມພາ 2022 ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ສືບຕໍໍ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ທີ່ໂຮງຮຽນ ມັດທະຍົມສົມບຸນ ຜາເມືອງ ແລະ ມັດທະຍົມ ນາກຸນ, ໂດຍມີທ່ານ ພັທ ໄມພອນ ລາດສະຈັນດາ ຮອງຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ ເປັນຜູ້ລົງຊີ້ນຳ – ນຳພາ, ມີຄະນະຮັບຜິດຜິດຊອບ ແກ້ໄຂຢາເສບຕິດຂັ້ນເມືອງ, ພະນັກງານ – ນັກຮົບ ປກສ ກຸ່ມບ້ານ, ມີຄະນະອຳນວຍການໂຮງຮຽນ ມໍສໍ ຜາເມືອງ ແລະ ມໍສໍ ນາກຸນ, ຕະລອດຮອດ ຄູ, ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບ ໄດ້ພັດປ່ຽນກັນຂຶ້ນເຜີຍແຜ່ ເອກກະສານສຳຄັນຕ່າງໆ ໃຫ້ຄູ, ອາຈານ ແລະ ນ້ອງນັກຮຽນ ໄດ້ຮັບຮູ້ເຂົ້າໃຈ ເຊັ່ນ: ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ ຄ ມ ສ ພ ລົງວັນທີ 26 ກັນຍາ 2021 ວ່າດ້ວຍການເພີ່ມທະວີນໍາພາຂອງຄະນະພັກແຕ່ລະຂັ້ນ ຕໍ່ກັບການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 446/ຄປພ.ຂບຊ, ລົງວັນທີ 01 ກັນຍາ 2021 ວ່າດ້ວຍການແຕ່ງຕັ້ງຄະນະການນຳພາຊີ້ນຳ ແລະ ຄະນະຮັບຜິດຊອບ ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ.

ຍົກໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ເຊີ່ງຢາເສບຕິດແຕ່ລະປະເພດ ລ້ວນແຕ່ມີຜົນກະທົບໂດຍກົງຕໍ່ ກັບບຸກຄົນ ແລະ ຄອບຄົວ ທີ່ພົວພັນ ແລະ ຄ້າຂາຍເສບຢາເສບຕິດ, ຕໍ່ກັບຜູ້ເສບກໍ່ຈະເຮັດໃຫ້ຮ່າງກາຍຊຸດໂຊມ, ຈ່ອຍຜອມ, ເກີດອາການປະສາດຫຼອນ ເຮັດໃຫ້ການປະກອບອາຊີບ ພັດທະນາຄອບຄົວຫລຸດລົງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບສຸກ, ສັງຄົມບໍ່ມີຄວາມສະຫງົບປອດໄພ, ເກີດການກໍ່ອາລະວາດຕີກັນ, ປູ້ນຈີ້, ຊີງຊັບ, ຂົ່ມຂືນທໍາສຳເລົາ ແລະ ອື່ນໆ.

ຕໍ່ກັບຜູ້ທີ່ພົວພັນ ຄ້າຂາຍ ກໍ່ຈະຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ, ຕາມລະບຽບກົດໝາຍ, ຖືກສານຕັດສີນລົງໂທດຕັດອິດສະລະພາບ,ຈຳຄຸກຕາມສະຖານໜັກຫຼືເບົາ, ໃນກໍລະນີຮ້າຍແຮງກໍ່ຈະຖືກຕັດອິດສະຫລະພາບຕະຫຼອດຊິວິດ ຫຼື ຖືກປະຫານຊີວິດ.

ໂອກາດດັ່ງກ່າວ ຍັງໄດ້ຮຽກຮ້ອງມາຍັງຄູ, ອາຈານ ແລະ ນ້ອງນັກຮຽນ ຈົ່ງໃຫ້ຄວາມ ຮ່ວມມື ຊ່ວຍເຫຼືອເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ, ຕໍ່ກັບບຸກຄົນໃດ ທີ່ພົວພັນ ເສບຢາເສບຕິດ ກໍ່ໃຫ້ຈີງໃຈລາຍງານຕໍ່ເຈົ້າໜ້າທີ່ ເພື່ອພ້ອມກັນແກ້ໄຂໃຫ້ຖຶກຕ້ອງຕາມບາດກ້າວ, ຂັ້ນຕອນ ແນໃສ່ເຮັດໃຫ້ບັນຫາການແຜ່ລະບາດຂອງຢາເສບຕິດຫລຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ.

ຈາກນັ້ນ ຄະນະຮັບຜິດຊອບ ຈະໄດ້ຮ່ວມມືປະສານສົມທົບກັບຄູ, ອາຈານ, ຕໍ່ກັບນັກຮຽນທີ່ດື້ດ້ານ ບໍ່ຟັງຄວາມຈະໄດ້ສືກສາອົບຮົມກ່າວເຕືອນ ລາຍງານໃຫ້ພໍ່ – ແມ່ຜູ້ປົກຄອງສຶກສາອົບຮົມໃຫ້ຢຸດເຊົາ, ເພື່ອແນ່ໃສ່ໃຫ້ໂຮງຮຽນກາຍເປັນໂຮງຮຽນຕົວແບບ ແລະ ປອດຢາເສບຕິດ.

About admin11