1 ປີ ຜ່ານມາ ພະແນກ ຮສສ ມອບເງິນອຸດໜູນນະໂຍບາຍທັງໝົດ 2 ຕື້ກວ່າກີບ

ກອງປະຊຸມສະຫຼຸບຖອດຖອນບົດຮຽນວິຊາການວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ປະຈຳປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ກຸມພາ 2022 ຢູ່ຫ້ອງປະຊຸມຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໂດຍການເປັນປະທານຂອງທ່ານ ແສງເພັດ ມູນລະໄມ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະພະແນກ ຮສສ ແຂວງ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານວິຊາການ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ແຂວງບໍລິຄຳໄຊ ມີພົນລະເມືອງທັງໝົດ 318,195 ຄົນ, ຍິງ 156,025 ຄົນ, ໃນນັ້ນ ມີກໍາລັງແຮງງານຈຳນວນ 181,371 ຄົນ, ຍິງ 88,934 ຄົນ ແລະ ແຮງງານຜູ້ທີ່ມີວຽກເຮັດງານທໍາຈໍານວນ 175,929 ຄົນ, ຍິງ 86,265 ຄົນ, ເຮັດວຽກຢູ່ໃນສາມຂົງເຂດຂະແໜງ ຄື: ຂົງເຂດກະສິກໍາ 105,557 ຄົນ, ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ 28,148 ຄົນ, ຂົງເຂດບໍລິການ ແລະ ການຄ້າ 19,351 ຄົນ ແລະ ຂະແໜງອື່ນ 22,873 ຄົນ.

ຜູ້ກໍາລັງຊອກວຽກເຮັດງານທໍາ ຫຼື ວ່າງງານປະມານ 5,442 ຄົນ, ໄດ້ເຂົ້າປະກັນສັງຄົມ 26.300 ຄົນ, ວຽກງານແຮງງານ ຈັດຕັ້ງການຝຶກອົບຮົມສີມືແຮງງານ ແລະ ພັດທະນາສີມືແຮງງານທັງໄລຍະສັ້ນ, ກາງ ແລະ ຍາວ ໃຫ້ກຳລັງແຮງງານລາວຢູ່ພາຍໃນແຂວງໄດ້ 274 ຄົນ ເທົ່າກັບ 109,6%, , ເກັບກໍາແຮງງານໄດ້ເຂົ້າເຮັດວຽກ 32 ຫົວໜ່ວຍ, ມີແຮງງານ 2.105 ຄົນ ເທົ່າກັບ 333,59%, ຂື້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາໄດ້ 54 ຄົນ, ອອກໃບຢັ້ງຢືນໃຫ້ຜູ້ທີ່ໄດ້ຮັບອຸດໝູນວ່າງງານໃນລະບົບປະກັນສັງຄົມໄດ້ 20 ຄົນ, ອະນຸຍາດນໍາເຂົ້າແຮງງານຕ່າງປະເທດໄດ້ 23 ຫົວໜ່ວຍແຮງງານມີຈໍານວນແຮງງານ 473 ຄົນ, ຂຶ້ນບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດໄດ້ 40 ຫົວໜ່ວຍ ມີແຮງງານ 191 ຄົນ.

ພາຍໃນແຂວງ ມີຈຳນວນຫົວໜ່ວຍທຸລະກິດ ແລະ ໂຮງງານອຸດສາຫະກຳ-ຫັດຖະກຳ ຈຳນວນທັງໝົດ 2,267 ຫົວໜ່ວຍ, ມີແຮງງານ 8,980 ຄົນ, ພີມບັດປະກັນສັງຄົມພາກລັດ ແລະ ພາກວິສາຫະກິດ ໃຫ້ຜູ້ປະກັນຕົນຂື້ນທະບຽນໃໝ່ ແລະ ພີມທົດແທນ, ບັດເສຍ, ແຕກຫັກ, ປ່ຽນແປງຂໍ້ມູນຕ່າງໆ ລວມທັງໝົດ 1.469 ບັດ, ຄິດໄລ່ເງີນອຸດໜູນປະກັນສັງຄົມໄລຍະສັ້ນ, ໄລຍະຍາວພາກລັດ ແລະ ວິສາຫະກິດທັງໝົດ 14.927 ຄົນ, ຜູ້ເກີດສິດໄດ້ຂຶ້ນທະບຽນປະກັນສັງຄົມ, ຮັບການຄຸ້ມຄອງດ້ານການປີ່ນປົວສຸຂະພາບພາກລັດ ແລະ ພາກວິສາຫະກິດທັງໝົດ 26.300 ຄົນ, ໄດ້ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມ ຄວາມດີຕໍ່ການປະຕິວັດ ທັງໝົດ 133 ທ່ານ ລວມມູນຄ່າທັງໝົດ 2.237.150.000 ກີບ ເທົ່າກັບ 266%.

ມອບເຄື່ອງຊ່ວຍເຫຼືອສົງເຄາະປະເພດເຄື່ອງນຸ່ງຫົ່ມຕ້ານໄພໜາວໃຫ້ແກ່ 07 ຕົວເມືອງ ຈໍານວນ 253 ແກັດ, ເຄື່ອງປະສົມ 210 ເປົາ, ເກືອກີນ 70 ເປົາ ມີ 2.025 ກິໂລ ແລະ ໄດ້ແຈກຢາຍເງີນຮ່ວງຊ່ວຍເຫຼືອປະຊາຊົນທຸກຍາກ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ 19 ໃຫ້ຫ້ອງ ການ ຮສສ 7 ເມືອງ, ຈຳນວນ 37,500,000 ກີບ.

About admins16