ກອງບັນຊາການ ປກສ ເມືອງຄໍາເກີດ – ເມືອງເຮືອງເຊີ່ນ ພົບປະແລກປ່ຽນບົດຮຽນຮ່ວມກັນ

ວັນທີ 15 ພະຈິກ 2022 ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງເຮືອງເຊີ່ນ ແຂວງຮ່າຕີ້ງ ສສ ຫວຽດນາມ ໄດ້ເປີດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງການຄວາມສະຫງົບ ປະຈໍາປີ 2022 ລະຫວ່າງ ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ສປປລາວ ກັບກອງບັນຊາການ ປກສ ເມືອງເຮືອງເຊີ່ນ ແຂວງຮ່າຕີ່ງ ສສ ຫວຽດນາມ, ເປັນປະທານຮ່ວມ ໂດຍ ທ່ານ ພັນໂທ ຮ່າຫ້າຍລອງ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງເຮືອງເຊີ່ນ ແລະ ທ່ານ ພັນໂທ ລໍາເງິນ ພະບາດໄຊ ກໍາມະການພັກເມືອງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ເມືອງຄໍາເກີດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຫງວຽນຮີ້ວທຽນ ຮອງກອງບັນຊາການ ປກສ ແຂວງຮ່າຕິ້ງ, ທ່ານ ຫງວຽນຫວຽດຢຸ້ງ ຮອງເລຂາຄະນະພັກເມືອງເຮືອງເຊີ່ນ ແຂວງຮ່າຕີ້ງ, ມີຕາງໜ້າຫ້ອງການອ້ອມຂ້າງ ຄະນະກອງບັນຊາການ ປກສ ທັງສອງ ເມືອງ ແລະ ພະນັກງານວິຊາສະເພາະກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານສະພາບ ແລະ ຜົນງານການປະຕິບັດໜ້າທີ່ ໃນໄລຍະ 1 ປີຜ່ານມາ, ເຊີ່ງໄດ້ຍົກໃຫ້ເຫັນ ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ ຂອງທັງ 2 ກອງບັນຊາການ, ເຊີ່ງໄລຍະຜ່ານມາ ທັງສອງຝ່າຍ ໄດ້ມີຄວາມສາມັກຄີ ຮ່ວມມືຮອບດ້ານ ໂດຍສະເພາະ ແມ່ນວຽກງານປ້ອງກັນຄວາມສະຫງົບ, ແລກປ່ຽນຂໍ້ມູນຂ່າວສານ ສະພາບການຕ່າງໆ ເຊີ່ງກັນ ແລະ ກັນ ເປັນປະຈໍາ ໂດຍສະເພາະແມ່ນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງສະພາບຄວາມໝັ້ນຄົງຂອງສອງປະເທດ, ສອງແຂວງ, ກໍ່ຄືສອງເມືອງ ຄໍາເກີດ ແລະ ເມືອງເຮືອງເຊີ່ນ, ແຜນການ ແລະ ການເຄື່ອນໄຫວຫັນປ່ຽນໂດຍສັນຕິຂອງສັດຕູ, ການໂຄສະນາເຜີຍແຜ່ ສ້າງຄວາມແຕກແຍກ ຄວາມສາມັກຄີມິດຕະພາບແບບພິເສດ ລະຫວ່າງ ລາວ-ຫວຽດນາມ, ການສະໜອງຂໍ້ມູນດັ່ງກ່າວກໍ່ເພື່ອເຮັດໃຫ້ກອງບັນຊາການ ປກສ ທັງສອງເມືອງ ກຽມພ້ອມແກ້ໄຂ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ໃນທີ່ປະຊຸມ ທັງສອງຝ່າຍ ໄດ້ພ້ອມກັນແລກປ່ຽນຄໍາຄິດຄຳເຫັນ ປຶກສາຫາລື ແລະ ມີຄວາມເອກະພາບສູງໃນການຕີລາຄາສະພາບການ ສືບຕໍ່ວາງແຜນການເພີ່ມທະວີການສົມທົບຊ່ວຍເຫຼືອເຊີ່ງກັນແລະກັນ ໃນຕໍ່ໜ້າຮັບປະກັນທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອບຮ້ອຍຂອງສັງຄົມ, ຮັບໃຊ້ໃຫ້ແກ່ພາລະກິດປ້ອງກັນຄວາມສະຫງົບຂອງຊາດ ເປັນຕົ້ນແມ່ນການພັດທະນາເສດຖະກິດ-ສັງຄົມ ຂອງສອງຊາດ, ສອງແຂວງ ກໍ່ຄື ສອງເມືອງ ຄໍາເກີດ ແຂວງບໍລິຄໍາໄຊ ແລະ ເມືອງເຮືອງເຊີ່ນ ແຂວງ ຮ່າຕີ່ງ ຕອນທ້າຍກອງປະຊຸມ ຫົວໜ້າກອງບັນຊາການ ປກສ ທັງ ສອງເມືອງ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈໍາ ເພື່ອເປັນທິດທາງໃນການຮ່ວມມືປະຕິບັດວຽກງານຮອບດ້ານ ໃນຕໍ່ໜ້າ.

About admins14