ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ ລາຍງານຄວາມຄືບໜ້າປະຈໍາ 6 ເດືອນ

ໃນວັນທີ 17 ພະຈິກ 2022 ທີມງານຮັບຜິດຊອບໂຄງການຈາກ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ ໄດ້ຈັດກອງປະຊຸມປະຈຳ 6 ເດືອນ ລາຍງານຄວາມຄືບໜ້າ ຂອງໂຄງການຮ່ວມມືເພື່ອປັບປຸງວຽກງານໂພຊະນາການທີ່ມີຄວາມສ່ຽງການຂາດສານອາຫານ ເປັນປະທ່ານໂດຍທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ, ມີຄະນະຫ້ອງການສາທາລະນະສຸກເມືອງ, ຜູ້ປະສານງານຂັ້ນເມືອງຈາກໂຮງໝໍຊຸມຊົນເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້, ນາຍບ້ານ ພ້ອມດ້ວຍຫົວໜ້າກຸ່ມແມ່ຍິງທີ່ໄດ້ຮັບຄັດເລືອກ 8 ບ້ານ ເຂົ້າຮ່ວມ.

ຈຸດປະສົງ ກໍ່ເພື່ອລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດກິດຈະກຳ: ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີເອດ ເປົ້າໝາຍ: ການມີສ່ວນຮ່ວມໃນການປັບປຸງວຽກງານໂພສະນາການ ແລະ ຜັນຂະຫຍາຍແຜນຍຸດທະສາດແຫ່ງຊາດດ້ານໂພສະນາການໃຫ້ບັນລຸຕາມແຜນຍຸດທະສາດແຫ່ງຊາດ 2016-2025 ແລະ ແຜນການຈັດປະຕິບັດໂພຊະນາການແຫ່ງຊາດ ປີ 2021- 2025, ເພືອເພີ່ມຄວາມສາມາດຂອງຊຸມຊົນ ໃນການປ້ອງກັນ, ຕອບໂຕ້ ແລະ ຄຸ້ມຄອງ ປັດໃຈທີ່ນໍາໄປສູ່ ການຂາດສານອາຫານ ດ້ວຍການປັບປຸງ ໂພສະນາການ, ຄວາມຮູ້ ແລະ ການປະຕິບັດ ທີ່ເອົາໃຈໃສ່ໂພຊະນາການ ແລະ ສຸຂະອານາໄມໃນກຸ່ມຊຸມຊົນເປົ້າໝາຍ, ສົ່ງເສີມ ແລະ ສ້າງຄວາມສາມາດ ໃຫ້ພະນັກງານສະມາຄົມ, ຄູ່ຮ່ວມງານ ຂັ້ນບ້ານ, ຂັ້ນເມືອງ ແລະ ຂັ້ນແຂວງ ເພື່ອເປັນຜູ້ນໍາໃນການວາງແຜນ ແລະ ປັບປຸງການປະສານງານ ແລະ ສົ່ງເສີມ ວຽກງານໂພຊະນາການແກ່ຊຸມຊົນ.

ກອງປະຊຸມ ໄດ້ຮ່ວມກັນວາງແຜນການ ຈັດຕັ້ງປະຕິບັດ ໃຫ້ໄປຕາມແຜນງານພາຍໃຕ້ “ ໂຄງການຮ່ວມມືເພື່ອການປັບປຸງວຽກງານໂພຊະນາການຂອງຊຸມຊົນທີ່ມີຄວາມສ່ຽງດ້ານການຂາດສານອາຫານ ” ເຊິ່ງທັງທີມງານໄດ້ນໍາສະເໜີຫຼາຍຫົວຂໍ້ທີ່ອັດແໜ້ນດ້ວຍຄວາມຮູ້, ຄວາມຈໍາເປັນເພື່ອເພີ່ມຄວາມອາດສາມາດໃຫ້ກັບຫົວໜ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ ບໍ່ວ່າຈະເປັນເລື່ອງ ການນຳໃຊ້ເຄື່ອງມືເພື່ອການປ່ຽນແປງດ້ານໂພຊະນາການ, ການສາທິດການນຳໃຊ້ແຜ່ນພິກ ວິທີການນຳສະເໜີຕໍ່ໜ້າຊຸມຊົນ ຄວາມສຳຄັນຂອງການກິນອາຫານ ການເລືອກກິນອາຫານທີ່ດີມີປະໂຫຍດ ຄວາມສຳຄັນໃນການລ້ຽງລູກດ້ວຍນົມແມ່ ຂໍ້ຫ້າມຂອງການລ້ຽງລູກດ້ວຍນົມແມ່ 0-6 ເດືອນ ຄວາມສຳຄັນຂອງການໃຫ້ອາຫານເສີມເດັກ 6 ເດືອນຂຶ້ນໄປ ວິທີການເຮັດອາຫານເສີມໃຫ້ເດັກ ການລົງຕິດຕມ ການປະຕິບັດພາລະບົດບາດຂອງຫົວໜ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ ຂັ້ນຕອນການຢ້ຽມຢາມຄົວເຮືອນທີ່ມີເດັກອາຍຸ 1000 ວັນ ແລະ ອື່ນໆ.

About admins14