ບໍລິຄຳໄຊ ຮັບຮອງແຜນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ກອງປະຊຸມຮັບຮອງຜົນປະເມີນ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີຄະນະປະຈໍາ, ກໍາມະການພັກແຂວງ, ເມືອງ ແລະ ພະແນກການອ້ອມຂ້າງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງແບບຟອມປະເມີນຜົນ ມາດຖານການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ, 66 ຕົວຊີ້ບອກ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ແຂວງບໍລິຄໍາໄຊ ໄດ້ສຸມໃສ່ຫຼາຍວຽກງານສໍາຄັນ ແລະ ສາມາດບັນລຸໄດ້ 57 ຕົວຊີ້ບອກ, ການປະເມີນແຂວງເປັນຫົວໜ່ວຍຍຸດທະສາດຕາມ 7 ດ້ານ ແຂວງບໍລິຄຳໄຊບັນລຸໄດ້ 5 ດ້ານ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ: ເມືອງບັນລຸ 4 ດ້ານ ມີ 2 ເມືອງ, ບັນລຸ 3 ດ້ານມີ 4 ເມືອງ ແລະ ບໍ່ບັນລຸຈັກດ້ານມີ 1 ເມືອງ, ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ: ບ້ານພັດທະນາ 4 ດ້ານມີ 228 ບ້ານ ກວມເອົາ 80,28% ຂອງຈຳນວນບ້ານໃນທົ່ວແຂວງ ເພີ່ມຂຶ້ນ 15 ບ້ານ, ບ້ານພັດທະນາ 3 ດ້ານ ມີ 35 ບ້ານ, ບ້ານພັດທະນາ 2 ດ້ານ ມີ 7 ບ້ານ, ບ້ານພັດທະນາ 1 ດ້ານ ມີ 8 ບ້ານ ແລະ ບ້ານທີ່ບໍ່ບັນລຸຈັກດ້ານມີ 6 ບ້ານ.

ຫຼັງຈາກນັ້ນ ໃນກອງປະຊຸມ ກໍ່ຍັງໄດ້ຮັບຟັງການລາຍງານບາງວຽກງານພົ້ນເດັ່ນຈາກບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ, ພ້ອມນັ້ນຍັງມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນຂໍ້ສະດວກ ແລະ ຫຍຸ້ງຍາກໃນການປະຕິບັດງານ, ການປະສານສົມທົບກັນ ຂອງພາກສ່ວນກ່ຽວຂ້ອງ, ການເພີ່ມທະວີຄວາມເປັນເຈົ້າການຂອງຄະນະຮັບຜິດຊອບ ແລະ ອື່ນໆ ທັ້ງນີ້ກໍ່ເພື່ອສົ່ງເສີມວຽກງານດ້ານດີ, ຮັບປະກັນບາງຂໍ້ຄົງຄ້າງ ໄດ້ຮັບການປັບປຸງແກ້ໄຂ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ໄດ້ຮັບທັງປະລິມານ ແລະ ຄຸນນະພາບ.

ເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດ, ຮັບປະກັນບາງຂໍ້ຄົງຄ້າງ ໄດ້ຮັບການປັບປຸງແກ້ໄຂ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ໄດ້ຮັບທັງປະລິມານ ແລະ ຄຸນນະພາບ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ສຸມໃສ່ການຍນໍາພາ-ຊີ້ນໍາ ວຽກງານ 3 ສ້າງ ເປັນວຽກງານຍຸດທະສາດຍາວນານ ແລະ ສໍາຄັນໃນທຸກຂົງເຂດຢ່າງຕັ້ງໜ້າ, ກໍານົດ ແລະ ສັງລວມແບ່ງຂັ້ນຄຸ້ມຄອງ ໃຫ້ລະອຽດຈະແຈ້ງ, ສຸມໃສ່ຊຸກຍູ້ບັນດາໂຕຊີບອກທີ່ບໍ່ບັນລຸ ໃຫ້ໄດ້ຮັບການປັບປຸງ, ແກ້ໄຂ ເຄື່ອນໄຫວໃຫ້ບັນລຸໃນປີ 2023, ການຕິດຕາມ, ກວດກາ ແລະ ການປະເມີນ ຕ້ອງໃຫ້ສອດຄ່ອງ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້.

About admins14