ກອງບັນຊາການທະຫານເມືອງປາກກະດິງ ສຸມໃສ່ວຽກງານສ້າງພາລາທິການກັບທີ່ ເພື່ອເປັນຄັງແຮສຸກເສີນ

ໂດຍປະຕິບັດຕາມຄຳສັ່ງແນະນຳ ຂອງກະຊວງປ້ອງກັນປະເທດ ກ່ຽວກັບການສ້າງພາລາທິການກັບທີ່ ຂອງກຳລັງ ປກຊ ຖືວ່າເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນໃນການກະກຽມສະບຽງອາຫານ ໄວ້ໃນຍາມວິກິດສຸກເສີນ ແລະ ສ້າງລາຍຮັບໃຫ້ກັບກົມກອງ.

ທ່ານ ພັທ ຈັນໄທ ຂຸນອຸດົມ ຮອງຫົວໜ້າພະແນກພາລາທິການທະຫານເມືອງປາກກະດິງ ໄດ້ໃຫ້ສຳພາດ ໃນວັນທີ 29 ພະຈິກ 2022 ວ່າ: ໃນການສ້າງພາລາທິການກັບທີ່ຂອງກອງບັນຊາການທະຫານເມືອງປາກກະດິງ ໄດ້ສຸມໃສ່ປະຕິບັດຕາມ 4 ແຜນງານໃຫຍ່ 26 ແຜນການຂອງກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນ 4 ປູກ 4 ລ້ຽງ ຄື: ປູກພືດຜັກລົ້ມລຸກ ປະເພດຜັກບົ້້ງ, ຜັດກາດ, ຜັກຫົມ ແລະ ຜັກຫອມປະເພດຕ່າງໆຈຳນວນເຄີ່ງໄລ່, ລ້ຽງປາຈຳນວນ 1.600 ໂຕ ມີປະເພດປານິນ, ປາກິນຫຍ້າ, ປາຕອງ ແລະ ປາດຸກພັນ, ລ້ຽງກົບ 700 ໂຕ ແລະ ສັດປີກຈຳນວນ 143 ໂຕ.

ເຊີ່ງໃນການສ້າງພາທິການກັບທີ່ ກໍ່ໄດ້ນຳໃຊ້ຜົນຜະລິດໄວ້ເປັນຄັງແຮສຸກເສີນ, ນຳເຂົ້າໃນຄົວລວມຂອງກົມກອງ ແລະ ຂາຍອອກສູ່ຕະຫຼາດຈຳນວນໜຶ່ງ ສາມາດສ້າງລາຍຮັບເຂົ້າສູ່ກົມກອງໄດ້ຫຼາຍກ່ວາ 4.000.000 ກີບຕໍ່ງວດ ຕາມລະດູການ.

About admins14