ການນໍາແຂວງບໍລິຄຳໄຊ ເຂົ້າພົບປະຢ້ຽມຢາມ, ອ່ວຍພອນ ພະນັກງານອາວຸໂສບໍານານ

ເພື່ອເປັນການລະນຶກເຖີງບຸນຄຸນ, ຄຸນງາມຄວາມດີ ຂອງພະນັກງານນັກຮົບປະຕິວັດ, ພະນັກງານອາວຸໂສບໍານານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ໃນວັນທີ 1 ທັນວາ 2022 ການນໍາແຂວງບໍລິຄຳໄຊ ນໍາໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ຕ່າງໜ້າໃຫ້ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນຊາວແຂວງບໍລິຄໍາໄຊ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອ່ວຍພອນ ບັນດາພະນັກງານອາວຸໂສບໍານານ ທີ່ເຄີຍເປັນການນໍາຂອງແຂວງບໍລິຄໍາໄຊ.

ໃນນີ້ມີຄອບຄົວ ທ່ານ ອຸ່ນຫຼ້າ ໄຊຍະສານ ອະດີດເຈົ້າແຂວງບໍລິຄຳໄຊ ສະໄໝທີ 1 ຢູ່ບ້ານໂພນໄຊ ເມືອງປາກຊັນ, ຄອບຄົວທ່ານ ພັນເອກ ຄໍາໝັ້ນ ຂຸນຈັນທະ ວິລະຊົນແຫ່ງຊາດ ຢູ່ບ້ານສີວິໄລ ແລະ ຄອບຄົວ ທ່ານ ແດ່ນປີ ມູນທະດີ ອະດີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ທີ່ບ້ານຫົງໄຊ, ທ່ານ ບຸນມາ ບຸຈະເລີນ ອະດີດຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ ທີ່ບ້ານໂພສີ ແລະ ທ່ານ ນາງ ບຸນຍົງ ສີສຸວັນນະຄອນ ອາດີດຮອງເລຂາພັກແຂວງບໍລິຄໍາໄຊ ທີ່ບ້ານສວນສະຫວັນ.

ທັງນີ້ ກໍ່ເພື່ອເປັນການເປັນການສະແດງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ ຂອງບັນດາພະນັກງານ, ນັກຮົບລຸ່ນເກົ່າ ທີ່ໄດ້ເອົາໃຈໃສສຸ່ມສະຕິປັນຍາ ເຂົ້າໃນພາລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍ່ຄືການສ້າງສາພັດທະນາ ແຂວງບໍລິຄໍາໄຊ ຕະຫຼອດໄລຍະ 38 ປີຜ່ານມາ, ນອກນີ້ ກໍ່ຍັງເປັນການຂໍ່ານັບຊົມເຊິີຍ, ສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975 – 2 ທັນວາ 2022 ) ແລະ ວັນຄ້າຍວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຂົ້າລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 102 ປີ.

About admins14